ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ

(VOVWORLD) - ຕອນບ່າຍວັນທີ 7 ທັນວາ,  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປະທານ ສະພາບໍລິຫານເຂດທົ່ງພຽງແມ່ນ້ຳແດງ, ປະທານກອງປະຊຸມຄັ້ງທີ 2 ດ້ວຍຫົວຂໍ້ ກ່ຽວກັບການວາງແຜນຜັງເຂດໄລຍະແຕ່ປີ 2021 – 2030, ວິໄສທັດຮອດປີ 2050.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມກ່ຽວກັບການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງ. ພາບ:VGP/Nhật Bắc

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນຫນັກ: ເລື່ອງງຜັນຂະຫຍາຍການສ້າງ ແລະປັບປຸງສຳເລັດການວາງແຜນຜັງເຂດທົ່ງພຽງແມ່ນ້ຳແດງໃນຊ່ວງເວລານີ້ ແມ່ນມີຄວາມສະດວກຫລາຍຢ່າງ ເພື່ອຫັນວິໄສທັດ, ທັດສະນະ, ຄາດໝາຍທີ່ໄດ້ກຳນົດໃນມະຕິພັດທະນາເສດຖະກິດ ແລະການວາງແຜນຜັງລະດັບຊາດເຂົ້າເຂດນີ້ເປັນລະອຽດ. ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ບັນດາຜູ້ແທນປຶກສາຫາລື, ປະກອບຄຳເຫັນໃສ່ເນື້ອໃນວາງແຜນຜັງ ດ້ວຍເປົ້າໝາຍຂຸດຄົ້ນ, ເສີມຂະຫຍາຍຢ່າງສູງສຸດຄວາມສາມາດບົ່ມຊ້ອນທີ່ແຕກຕ່າງ,    ກາລະໂອກາດພົ້ນເດັ່ນ, ທ່າໄດ້ປຽບດ້ານແກ້ງແຍ່ງ ພ້ອມທັງແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຈຳກັດຜ່ານຜ່າສິ່ງທ້າທາຍເພື່ອໃຫ້ເຂດພັດທະນາວ່ອງໄວ ແລະ ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ