ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ

(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ
(ພາບ:VGP/Nhật Bắc)


ຕອນບ່າຍວັນທີ 12 ກັນຍາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ ອ໋ວາງຢົວເຈ໋ຍ ພວມຢູ່ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ສິງກະໂປ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີປະສິດທິຜົນ ແລະ ແທດຈິງຂອງ ຫວຽດນາມ ຢູ່ພາກພື້ນ, ພິເສດແມ່ນກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ… ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານຮອງນາຍົກລັດຖະມົນຕີ ອ໋ວາງຢົວເຈ໋ຍ ແລະ ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ, ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງສອງປະເທດຄວນຕັ້ງໜ້າຮ່ວມມື, ໝູນໃຊ້ກາລະໂອກາດໃໝ່ໃຫ້ແກ່ວິວັດການສ້າງໂຄງປະກອບລະບົບສະໜອງຄືນໃໝ່ ແລະ ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຂອງການປະຕິວັດອຸດສາຫະກຳ 4.0, ພ້ອມທັງຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃນວິວັດການພັດທະນາເສດຖະກິດດີຈີຕອນ. ຫວຽດນາມ ຊົມເຊີຍການມີໜ້າຂອງບັນດານັກລົງທຶນ ສິງກະໂປຢູ່ທັງພາກເໜືອ - ພາກກາງ - ພາກໃຕ້ ຫວຽດນາມ; ຢັ້ງຢືນພ້ອມແລ້ວທີ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສິງກະໂປ ເຄື່ອນໄຫວຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສິງກະໂປ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດສຳຄັນຄື ເສດຖະກິດດີຈີຕອນ, ການຫັນປ່ຽນດີຈີຕອນ, ພະລັງງານສີຂຽວ, ການເງິນສີຂຽວ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການພັດທະນາແບບຍືນຍົງ…

ຕອບກັບ

ຂ່າວ/ບົດ​ອື່ນ