ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງງ ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ອົດ​ສະ​ຕາ​ລີ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ, ຕອນບ່າຍວັນທີ 7 ມີນາ ຢູ່ Canberra, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອົດສະຕາລີ - ຫວຽດນາມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງງ ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ອົດ​ສະ​ຕາ​ລີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບ ທ່ານນາງ Sharon Claydon, ຮອງປະທານສະພາຕ່ຳ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອົດສະຕາລີ - ຫວຽດນາມ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອົດສະຕາລີ, ທ່ານມີຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງສອງອົງການສ້າງກົດໝາຍສອງປະເທດ, ກໍ່ຄືກຸ່ມສະມາຊິກລັດຖະສະພາ ສອງປະເທດ ສືບຕໍ່ໄດ້ຮັບການເພີ່ມທະວີ, ດ້ວຍການເຄື່ອນໄຫວພົບປະແລກປ່ຽນ, ໜູນຊ່ວຍ, ຮ່ຳຮຽນ, ແບ່ງປັນເຊິ່ງກັນແລະກັນ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ລັດຖະສະພາສອງປະເທດສືບຕໍ່ຫັນບັນດາຂໍ້ຕົກລົງ ເຊິ່ງສອງຝ່າຍໄດ້ລົງນາມນັ້ນ ໃຫ້ປະກົດຜົນເປັນຈິງ, ທ່ານສະໜັບສະໜູນ ແລະ ຕິດຕາມກວດກາການປະຕິບັດບັນດາຄຳໝັ້ນສັນຍາ ລະຫວ່າງ ລັດຖະບານສອງປະເທດ, ການຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ ໃຫ້ປະກົດຜົນເປັນຈິງ ຢ່າງ ແທດຈິງ ແລະ ມີປະສິດທິຜົນ.

ສ່ວນທ່ານນາງ Sharon Claydon ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການໂອ້ລົມສົນທະນາ ລະຫວ່າງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ Anthony Albanese ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ທ່ານໃຫ້ຮູ້ວ່າ ສະພາຕ່ຳ ອົດສະຕາລີ ລໍຄອຍການຜັນຂະຫຍາຍບັນດາເນື້ອໃນໃນຂອບເຂດການຮ່ວມມືໃໝ່ນີ້, ໃນນັ້ນມີການຊຸກຍູ້ການຮ່ວມມືລະຫວ່າງສອງກຸ່ມສະມາຊິກລັດຖະສະພາ ເວົ້າສະເພາະ ແລະ ສອງອົງການສ້າງກົດໝາຍເວົ້າລວມ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງງ ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ອົດ​ສະ​ຕາ​ລີ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາງປະທານສະພາສູງ ອົດສະຕາລີ Sue Lines (ພາບ: VOV)

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານນາງປະທານສະພາສູງ ອົດສະຕາລີ Sue Lines ແລະ ການນຳພັກເສລີ ອົດສະຕາລີ Peter Dutton.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 7 ມີນາ, ຢູ່ນະຄອນຫຼວງ Canberra, ອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານ ຜູ້ David Hurley ມີອຳນາດເຕັມ .

ຕອບກັບ

ຂ່າວ/ບົດ​ອື່ນ