ທ່ານນາຍົກລັດຖະມົນຕີ ຟ້າມມິງຈິນ: ຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າອີກໃນການຫັນເປັນດີຈີຕອນ

(VOVWORLD) - ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ຄະນະຊີ້ນຳການຫັນເປັນດີຈີຕອນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງປະກາດໃຊ້ແຜນການຫັນເປັນດີຈີຕອນປີ 2024
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິນ: ຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າອີກໃນການຫັນເປັນດີຈີຕອນ - ảnh 1(ວາລະປະຊຸມເທື່ອທີ 7 ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ)

        ຕອນບ່າຍວັນທີ 28 ທັນວາ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ (ຄະນະ), ໄດ້ເປັນປະທານວາລະປະຊຸມເທື່ອທີ 7 ເພື່ອສະຫຼຸບໝາກຜົນການເຄື່ອນໄຫວໃນປີ 2023 ແລະ ຜັນຂະຫຍາຍທິດທາງ, ໜ້າທີ່ຈຸດສຸມໃນປີ 2024 ຂອງຄະນະ. ວາລະປະຊຸມໄດ້ຈັດຂຶ້ນແບບທາງໄກຢູ່ສຳນັກງານລັດຖະບານ ເຊື່ອມຕໍ່ກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາທ່ານລັດຖະມົນຕີ, ຫົວໜ້າຂະແໜງ, ການນຳບັນດາທ້ອງຖິ່ນຕ້ອງມີຄວາມຕັດສິນໃຈຢ່າງສູງກວ່າ, ມີການຊີ້ນຳຢ່າງຂ້ຽວຂາດໃນການຜັນຂະຫຍາຍການຫັນເປັນດີຈີຕອນລະດັບຊາດ. ໃນນັ້ນ, ຄະນະກຳມະການແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ຄະນະຊີ້ນຳການຫັນເປັນດີຈີຕອນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງຮີບເຮັ່ງປະກາດໃຊ້ແຜນການຫັນເປັນດີຈີຕອນປີ 2024 ແລະ ຈັດການຜັນຂະຫຍາຍປະຕິບັດດ້ວຍຫົວຂໍ້ “ພັດທະນາເສດຖະກິດດີຈີຕອນດ້ວຍ 4 ເສົາຄ້ຳ: ອຸດສາຫະກຳເຕັກໂນໂລຊີຂໍ້ມູນຂ່າວສານ, ຫັນບັນດາຂະແໜງເສດຖະກິດເປັນດີຈີຕອນ, ການຄຸ້ມຄອງດີຈີຕອນ, ຂໍ້ມູນດີຈີຕອນ - ກຳລັງໜູນສຳຄັນໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ”.

ຕອບກັບ

ຂ່າວ/ບົດ​ອື່ນ