ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ພັດທະນາພື້ນຖານການເງິນແຫ່ງຊາດມຄວາມປອດໄພ, ຍືນຍົງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກະຊວງການເງິນ, ບັນດາກະຊວງ, ອົງການສູນກາງ, ອຳນາດການປົກຄອງທ້ອງຖິ່ນ ສຸມໃສ່ຊີ້ນຳ, ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງການປະຕິບັດຢ່າງຂ້ຽວຂາດນັບແຕ່ມື້ຕົ້ນປີ 2023
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ພັດທະນາພື້ນຖານການເງິນແຫ່ງຊາດມຄວາມປອດໄພ, ຍືນຍົງ - ảnh 1 (ທີ່ກອງປະຊຸມ)

       ຕອນບ່າຍວັນທີ 19 ທັນວາ, ກະຊວງການເງິນ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນ - ງົບປະມານແຫ່ງລັດປີ 2022, ຜັນຂະຫຍາຍໜ້າທີ່ປີ 2023. ກອງປະຊຸມໄດ້ຈັດຂຶ້ນແບບຊິງໜ້າ ສົມທົບກັບທາງໄກລະຫວ່າງກະຊວງການເງິນ (ຮ່າໂນ້ຍ), ເຊື່ອມຕໍ່ກັບ 62 ແຂວງ, ນະຄອນຂຶ້ນກັບສູນກາງ.

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ກະຊວງການເງິນ, ບັນດາກະຊວງ, ອົງການສູນກາງ, ອຳນາດການປົກຄອງທ້ອງຖິ່ນ ສຸມໃສ່ຊີ້ນຳ, ສົມທົບກັນຢ່າງແໜ້ນແຟ້ນ, ຈັດຕັ້ງການປະຕິບັດຢ່າງຂ້ຽວຂາດນັບແຕ່ມື້ຕົ້ນປີ 2023, ໂດຍສະເພາະແມ່ນການຄວບຄຸ້ມໄຟເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງໂຄງປະກອບງົບປະມານແຫ່ງລັດຄືນໃໝ່, ໜີ້ສາທາລະນະ… ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງການສ້າງ, ກວດກາ, ສ້າງລະບອບລະບຽບການໃຫ້ສົມບູນແບບ, ນະໂຍບາຍການເງິນ - ງົບປະມານແຫ່ງລັດ, ສ້າງລັດຖະບານດີຈີຕອນ; ສູ້ຊົນເພີ່ມລາຍຮັບງົບປະມານແຫ່ງລັດ. ພ້ອມທັງ, ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ, ສ້າງກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ຊຸກຍູ້ການເຕີບໂຕເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ