ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ

(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການພົບປະຂັ້ນສູງ ແລະ ທຸກຂັ້ນ, ຍົກສູງຄຸນນະພາບການຮ່ວມມືໃນຫຼາຍຂົງເຂດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ - ảnh 1(ທ່ານນາຍົກລັດຖະມົນຕີ  ຟ້າມມິນຈິງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສ.ຈີນ ສີຈິ້ນຜິງ)

        ພັດທະນາການພົວພັນໃຫ້ມີສະຖຽນລະພາບ, ປອດໃສ, ຍືນຍົງ, ຍາວນານກັບ ຈີນ ຍາມໃດກໍ່ແມ່ນບຸລິມະສິດແຖວໜ້າໃນແນວທາງການຕ່າງປະເທດຂອງ ຫວຽດນາມ. ນີ້ແມ່ນຄຳຢືນຢັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ທີ່ການພົບປະເຈລະຈາກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສ.ຈີນ ສີຈິ້ນຜິງ, ໃນຕອນບ່າຍວັນທີ 27 ມິຖຸນາ, ຢູ່ ປັກກິງ, ປະເທດ ຈີນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ, ຫວຽດນາມ ຢືດໝັ້ນນະໂຍບາຍ “ປະເທດ ຈິນ ດຽວ”, ເອົາໃຈໃສ່ເຖິງບັນດາຂໍ້ລິເລີ່ມທົ່ວໂລກຂອງ ຈີນ ແລະ ພ້ອມແລ້ວຈະແລກປ່ຽນ, ປຶກສາຫາລືກ່ຽວກັບບັນດາຂໍ້ລິເລີມດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, 2 ຝ່າຍຈະເພີ່ມທະວີການພົບປະຂັ້ນສູງ ແລະ ທຸກຂັ້ນ, ຍົກສູງຄຸນນະພາບການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຄົ້ນຄວ້າຄວາມສາມາດຮ່ວມມືພັດທະນາເສັ້ນທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງ 2 ປະເທດ; ຊົມເຊີຍວິສາຫະກິດ ຈີນ ເປີດກວ້າງການລົງທຶນມີຄຸນນະພາບສູງຢູ່ ຫວຽດນາມ; ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ການໂຄສະນານ້ຳໃຈມິດຕະພາບ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ຢືນຢັນວ່າ, ຈີນ ຖື ຫວຽດນາມ ແມ່ນທິດໃຫ້ບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງລວມຂອງ ຈີນ. ປັກກິງ ພ້ອມແລ້ວຈະຊຸກຍູ້ການພົວພັນລະຫວ່າງ 2 ພັກ, 2 ລັດ ໃຫ້ນັບມື້ນັບມື້ນັບພັດທະນາ, ເຂົ້າສູ່ລວງເລິກ, ແທດຈິງ; ພ້ອມກັບ ຫວຽດນາມ ຮັກສາການແລກປ່ຽນຍຸດທະສາດ, ຊຸກຍູ້ການພົບປະຂັ້ນສູງ ແລະ ທຸກຂັ້ນ, ທຸກຂະແໜງການ; ເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ເພີ່ມທະວີການເຊື່ອມຕໍ່ທາງລົດໄຟ, ທາງບົກ ແລະ ພື້ນຖານໂຄງລ່າງດ່ານຊາຍແດນ…

        ທີ່ການພົບປະເຈລະຈາ, 2 ຝ່າຍກໍ່ແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເຫັນດີພ້ອມກັນຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນຢ່າງສົມເຫດສົມຜົນ, ຮັກສາສັນຕິພາບ, ສະຖຽນລະພາບທາງທະເລ, ປັບປຸງສະພາບແວດລ້ອມທີ່ອຳນວຍຄວາມສະດວກແກ່ການພັດທະນາຂອງແຕ່ລະປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານ ວາງຄູນິງ, ກຳມະການປະຈຳກົມການເມືອງສູນກາງພັກປະຊາຊົນກອມມູນິດ ຈີນ, ປະທານສະພາປຶກສາການເມືອງປະຊາຊົນ ຈີນ )

ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ດຳເນີນການພົບປະເຈລະຈາກັບກຳມະການປະຈຳກົມການເມືອງສູນກາງພັກປະຊາຊົນກອມມູນິດ ຈີນ, ປະທານສະພາປຶກສາການເມືອງປະຊາຊົນ ຈີນ ວາງຄູນິງ.

ຢູ່ທີ່ນີ້ິ້, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາປຶກສາການເມືອງແຫ່ງຊາດຈີນ ເພີ່ມທະວີການແລກປ່ຽນບົດຮຽນ ເພື່ອພ້ອມກັນເສີມຂະຫຍາຍບົດບາດຂອງ 2 ອົງການໃນການດຳເນີນຊີວິດດ້ານການເມືອງຂອງແຕ່ລະປະເທດໃຫ້ບັນລຸປະສິດທິຜົນທີ່ສຸດ; ຄົ້ນຄວ້າການຈັດຕັ້ງການພົວພັນແລກປ່ຽນມິດຕະພາບຄັ້ງທີ 2 ລະຫວ່າງ 2 ອົງການ ແລະ ລະຫວ່າງບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມຂອງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ