ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ລັດ​ຖະ​ບານ​ຊຸກ​ຍູ້​ການ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ 19 ໂດຍ​ໄວ

(VOVWORLD) -ການປະຊຸມຄັ້ງນີ້ ເພື່ອແນໃສ່ຕີລາຄາຄືນຄວາມສາມາດ, ໝາກຜົນການຄົ້ນຄ້ວາ ຖ່າຍຖອດເຕັກໂນໂລຊີການຜະລິດວັກຊິນພາຍໃນປະເທດ;
 
  
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ: ລັດ​ຖະ​ບານ​ຊຸກ​ຍູ້​ການ​ຜະ​ລິດ​ວັກ​ຊິນ​ກັນ​ໂຄວິດ 19 ໂດຍ​ໄວ - ảnh 1

(ພາບ:TTXVN)

    ຕອນບ່າຍວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ເຮັດວຽກກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ບັນດາຫົວໜ່ວຍຄົ້ນຄ້ວາ, ຜະລິດວັກຊິນ, ບັນດານັກວິທະຍາສາດກ່ຽວກັບວຽກງານ ຄົ້ນຄ້ວາ, ຜະລິດວັກຊິນກັນໂຄວິດ 19 ຢູ່ພາຍໃນປະເທດ.

 ຕາມທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ໃນການປະຕິບັດ “ຍຸດທະສາດວັກຊິນ” ລວມມີ 3 ເນື້ອໃນວຽກງານຄື: ການນຳເຂົ້າວັກຊິນ; ຄົ້ນຄ້ວາ, ຖ່າຍຖອດເຕັກໂນໂລຊີ ແລະ ການຜະລິດວັກຊິນພາຍໃນປະເທດ; ຈັດການສັກວັກຊິນກັນໂຄວິດ 19 ໃຫ້ແກ່ ປຊຊ ໂດຍບໍ່ເກັບຄ່າ ຊື່ງລັດຖະບານ, ບັນດາກະຊວງ ຂະແໜງການ, ທ້ອງຖິ່ນ ລ້ວນແຕ່ໄດ້ຊີ້ນຳ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ.

ສຳລັບບັນຫາການຜະລິດວັກຊິນພາຍໃນປະເທດ, ລັດຖະບານ ມີສະຕິຄວາມຮັບຮູ້ຕໍ່ຄວາມສຳຄັນຂອງວຽກງານນີ້ໂດຍໄວ ແລະ ໄດ້ສຸມໃສ່ຊີ້ນຳ, ນຳພານັບແຕ່ຫົວທີ ແລະ ເປັນປະຈຳ, ລຽນຕິດ ແລະ ໃກ້ຊິດ. ການປະຊຸມຄັ້ງນີ້ ເພື່ອແນໃສ່ຕີລາຄາຄືນຄວາມສາມາດ, ໝາກຜົນການຄົ້ນຄ້ວາ ຖ່າຍຖອດເຕັກໂນໂລຊີການຜະລິດວັກຊິນພາຍໃນປະເທດ; ກວກກາຄືນບັນດາບັນຫາຍັງຕິດຄັດ ເພື່ອແກ້ໄຂຢ່າງທັນການ, ຊຸກຍູ້ການຜະລິດວັກຊິນພາຍໃນປະເທດໂດຍໄວ ດ້ວຍຈິດໃຈຮັບປະກັນດ້ານວິທະຍາສາດ, ຄວາມປອດໄພ, ປະສິດທິຜົນ ແລະ ທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ