ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ​ຢັ້ງ​ຢືນ​ຄືນ​ໃໝ່ກ່ຽວ​ກັບ​ການ ແກ​້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສ​າ​ກົນ

(VOVWORLD) -ທ່ານ Muhyiddin ໄດ້ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາ ຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງ ກັບບັນດາຫຼັກການຂອງ ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ​ຢັ້ງ​ຢືນ​ຄືນ​ໃໝ່ກ່ຽວ​ກັບ​ການ ແກ​້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສ​າ​ກົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານວາລະກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37ທາງອອນລາຍ (ພາບ: TTXVN)  

 ກ່າວຄຳເຫັນເມື່ອເຂົ້າຮ່ວມກອງປະຊຸມຄົບຄະນະໃນຂອບເຂດກອງປະຊຸມ ສຸດຍອດອາຊຽນຄັ້ງທີ 37 ເຊິ່ງໄດ້ຈັດຂຶ້ນໃນວັນທີ 12 ພະຈິກ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin  ໄດ້ເນັ້ນໜັກວ່າ ມາເລເຊຍ ໄດ້ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າ ບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະ ມີລັກສະນະສ້າງສັນ.

ທ່ານ Muhyiddin ໄດ້ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາ ຢູ່ທະເລຕາເວັນອອກ ຕ້ອງສອດຄ່ອງ ກັບບັນດາຫຼັກການຂອງ ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ທຸກໆຝ່າຍທີ່ກ່ຽວຂ້ອງຕ້ອງເຮັດວຽກນຳກັນເພື່ອຮັບປະກັນໃຫ້ ທະເລຕາເວັນອອກແມ່ນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຄ້າສາກົນ. ທ່ານກໍ່ເນັ້ນໜັກວ່າ ອາຊຽນສາມາດຮັກສາໄດ້ບົດບາດແມ່ນປັດໄຈຍຸດທະສາດ ກໍ່ຕໍ່ເມື່ອບັນດາປະເທດສະມາຊິກທັງໝົດ ມີຄວາມສາມັກຄີ ແລະ ເຮັດວຽກນຳກັນດ້ວຍຄວາມເປັນເອກະພາບ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ