ທ່ານນາຍົກລັດຖະມົນຕີ ຫງວຽນຊວັກ​ຟຸກ: ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານ ກ່ຽວກັບແຜນຮ່າງພັດທະນາເສດຖະກິດ - ສັງຄົມ ປີ 2021.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັກ​ຟຸກ: ​ເປັນ​ເຈົ້າ​ການ, ຕັ້ງໜ້າ, ມານະ​ພະຍາຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ປີ 2020 ​ແລະ ຊຸມ​ປີ​ຕໍ່​ໄປ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: VGP)

        ຕອນບ່າຍວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈໍາລັດຖະບານ ກ່ຽວກັບແຜນຮ່າງພັດທະນາເສດຖະກິດ - ສັງຄົມ ປີ 2021, ຮ່າງແຜນການການເງິນ - ງົບປະມານ ໄລຍະ 2021 – 2023, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ການລົງທຶນສາທາລະນະ ໄລຍະກາງ 2021 – 2025.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສຸມໃສ່ບາງໜ້າທີ່ສໍາຄັນ ໃນການຮັບປະກັນບັນດາການດຸ່ນດ໋ຽງໃຫຍ່ຂອງພື້ນຖານເສດຖະກິດ, ຮັບປະກັນໃຫ້ພື້ນຖານເສດຖະກິດບໍ່ຖືກຕັດຕອນ ຍ້ອນໂລກລະບາດໂຄວິດ - 19, ຮັບປະກັນແກ້ໄຂວຽກເຮັດງານທໍາ ແລະ ຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ທ່ານນາຍົກລັດຖະມົນຕີກໍຮຽກຮ້ອງໃຫ້ປະຕິບັດນະໂຍບາຍສົກປີການເງິນ ແລະ ເງິນຕາຢ່າງມີໄຫວພິບ, ແຂງແຮງກວ່າ.


ຕອບກັບ

ຂ່າວ/ບົດ​ອື່ນ