ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ: ສຸມໃສ່ການປ່ຽນແປງໃໝ່ກົນໄກການຕຸ້ມຄອງບໍລິຫານ ນັບແຕ່ງວດທີ 1

(VOVWORLD) -ໃນເດືອນມັງກອນ, ການສົ່ງອອກໃນທົ່ວປະເທດ ບັນລຸໄດ້ກວ່າ 2 ຕື້ໂດລາສະຫະລັດ ແຕ່ການນຳເຂົ້າແມ່ນ 20,8 ຕື້ໂດລາສະຫະລັດ ຍ້ອນຄວາມຕ້ອງການສິນຄ້າໃນທ້າຍປີແມ່ນສູງທີ່ສຸດ. 

 

ຕອນເຊົ້າວັນທີ 31 ມັງກອນ, ລັດຖະບານຫວຽດນາມ ໄດ້ຈັດກອງປະຊຸມນັດສາມັນຂື້ນເພື່ອແນໃສ່ຕີລາຄາສະພາບການເສດຖະກິດ ສັງຄົມ ເດືອນມັງກອນ ແລະ ກວດກາການກະກຽມບຸນເຕັດ ປີກຸນ ໃຫ້ແກ່ປະຊາຊົນ. ກ່າວຄຳເຫັນເລີ່ມຕົ້ນການປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ສະແດງຄວາມປິຕິຊົມຊື່ນຕໍ່ບັນຍາກາດອັນຟົດຟື້ນມ່ວນຊື່ນ ກະກຽມຕ້ອນຮັບບຸນເຕັດ ປີກຸນ 2019 ຂອງປະຊາຊົນໃນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ: ສຸມໃສ່ການປ່ຽນແປງໃໝ່ກົນໄກການຕຸ້ມຄອງບໍລິຫານ ນັບແຕ່ງວດທີ 1 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນຊີ້ນໍາກອງປະຊຸມ (ພາບ: TTXVN)

ຕີລາຄາກ່ຽວກັບສະພາບການເສດຖະກິດ, ສັງຄົມ ຂອງປະເທດໃນເດືອນມັງກອນ ທ່ານນາຍົກລັດຖະມົນຕີ ຖືວ່າ ຍັງຄົງສືບຕໍ່ມີທ່າອ່ຽງທີ່ດີຂອງປີ 2018 CPI ເພີ່ມຂຶ້ນ 0,1%, ອັດຕາແລກປ່ຽນ, ດອກເບ້ຍຄົງທີ່. ໃນເດືອນຜ່ານມາ, ທະນາຄານແຫ່ງລັດ ໄດ້ຊື້ເງິນຕາຕ່າງປະເທດແຮໄວ້ ໄດ້ກວ່າ  4 ຕື້ໂດລາສະຫະລັດ. ວຽກງານດຶງດູດ FDI ຍັງຄົງພັດທະນາເປັນຢ່າງດີ. ເງິນລົງທຶນຈາກງົບປະມານລັດ ເພີ່ມຂື້ນ 8,5% , ບັນລຸ 5,56% ຂອງແຜນການປີ 2019.

ທ່ານນາຍົກລັດຖະມົນຕີ ກໍ່ໃຫ້ຮູ້ວ່າ:  ໃນເດືອນມັງກອນ, ການສົ່ງອອກໃນທົ່ວປະເທດ ບັນລຸໄດ້ກວ່າ 2 ຕື້ໂດລາສະຫະລັດ ແຕ່ການນຳເຂົ້າແມ່ນ 20,8 ຕື້ໂດລາສະຫະລັດ ຍ້ອນຄວາມຕ້ອງການສິນຄ້າໃນທ້າຍປີແມ່ນສູງທີ່ສຸດ. ສະນັ້ນ, ເລີ່ມແຕ່ເດືອນມັງກອນກໍມີປະກົດການນຳເຂົ້າເກີນດຸນແລ້ວ. ບັນດາຂົງເຂດວັດທະນະທຳສັງຄົມ, ສະພາບແວດລ້ອມ ໄດ້ມີການຮັບປະກັນ, ຮັກສາສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ສະເໜີໃຫ້ບັນດາສະມາຊິກລັດຖະບານ ສຸມໃສ່ການປ່ຽນແປງໃໝ່ໃນວຽກງານບໍລິຫານ ແລະ ຄຸ້ມຄອງ;  ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງຕິດຕາມສະພາບລາຄາສິນຄ້າໃນທ້ອງຕະຫຼາດຢ່າງໃກ້ຊິດ ເພື່ອມີມາດຕະການຄຸ້ມຄອງ ບໍລິຫານທີ່ເໝາະສົມ. ມານະພະຍາຍາມຮັບປະກັນໃຫ້ບຸນເຕັດ ມີຄວາມສະຫງົບປອດໄພ ແລະ ອົບອຸ່ນໃຫ້ແກ່ປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ