ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ຍ້ອງຍໍ​ຊົມ​ເຊີຍຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລ​ກລະບາດ​ໂຄ​ວິດ - 19

(VOVWORLD) - ວັນທີີ 24 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມການເມືອງການທະຫານທົ່ວກອງທັບ ໄລຍະ 6 ເດືອນຕົ້ນປີ 2020.
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ຍ້ອງຍໍ​ຊົມ​ເຊີຍຄະນະ​ພັກ​ການ​ທະຫານ​ສູນ​ກາງ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລ​ກລະບາດ​ໂຄ​ວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ (ພາບ: baochinhphu.vn)

ເຂົ້າຮ່ວມ ແລະ ກ່າວຄໍາເຫັນຊີ້ນໍາກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ  ໄດ້ຍ້ອງຍໍຊົມເຊີຍ ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ, ນໍາພາທົ່ວກອງທັບຜັນຂະຫຍາຍໜ້າທີ່ຢ່າງຮອບດ້ານ. ພິເສດແມ່ນກອງທັບໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງແກ່ນສານ, ນໍາໜ້າໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ເມື່ອເຕື້ອງເຖິງໜ້າທີວຽກງານໃນ 6 ເດືອນທ້າຍປີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ຊີີ້ນໍາ, ນໍາພາວຽກງານກະກຽມ, ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກຂັ້ນຕ່າງໆໃນກອງທັບໃຫ້ເປັນຢ່າງດີ ເພື່ອກ້າວໄປເຖິງກອງປະຊຸມໃຫຍ່ອົງຄະນະພັກ ຂອງກອງທັບ ຄັ້ງທີີ 11 ໃຫ້ເປັນແບບຢ່າງດີເດັ່ນຢ່າງແທ້ຈິງໃນທົ່ວພັກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ນັບແຕ່ນີ້ຈົນຮອດທ້າຍປີ, ປະເທດຊາດຈະສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍກ່ຽວກັບການປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະ ແລະ ຄວາມໝັ້ນຄົງແບບໃໝ່. ສະນັ້ນ, ບັນດາກໍາລັງໃນທົ່ວກອງທັບຕ້ອງຮັກສາທ່າກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງເຂດນ່ານຟ້າ, ນ່ານທະເລ, ຊາຍແດນ, ລະບົບອິນເຕີເນັດ ແລະ ບັນດາບໍລິເວນຈຸດສຸມໃຫ້ແໜ້ນແຟ້ນ ເພື່ອກຽມພ້ອມແກ້ໄຂບັນດາກໍລະນີໃຫ້ເປັນຢ່າງດີ, ປະກອບສ່ວນສໍາຄັນພ້ອມກັບທົ່ວພັກ, ທົ່ວປວງຊົນ ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ