ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດສະຫະພັນ Micronesia

(VOVWORLD) - ຕອນບ່າຍວັນທີ 07 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Wesley W.Simina ປະທານສະພາແຫ່ງຊາດສະຫະພັນ Micronesia ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສະຫະພັນ Micronesia ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານປະທານສະພາແຫ່ງຊາດສະຫະພັນ Micronesia - ảnh 1 ທ່ານ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Wesley W.Simina (ພາບ: VGP)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: 2 ປະເທດຄວນເພີ່ມທະວີແລກປ່ຽນບົດຮຽນໃນການພັດທະນາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີ 2 ປະເທດ ສືບຕໍ່ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງພາກພື້ນ ແລະ ຫລາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ບົນຈິດໃຈນັ້ນ, ທ່ານນາຍົກລັດຖະມົນຕີປາດຖະໜາວ່າ Micronesia ຈະສະໜັບສະໜູບ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເຂົ້າຕຳແໜ່ງກຳມະການບໍ່ປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

        ເມື່ອຕີລາຄາສູງຄວາມສຳຄັນຂອງການພົວພັນລະຫວ່າງ Micronesia - ຫວຽດນາມ, ທ່ານປະທານສະພາແຫ່ງຊາດສະຫະພັນ Micronesia ຖືວ່າ: ການພົວພັນ 2 ປະເທດມີຄວາມຕັ້ງໜ້າ, ແໜ້ນແຟ້ນບົນເວທີສາກົນ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດສະຫະພັນ Micronesia ປາດຖະໜາຢາກ ເສີມຂະຫຍາຍບັນດາການຢ້ຽມຢາມ, ແລກປ່ຽນຄະນະຜູ້ແທນ, ໃນນັ້ນ ມີການທູດສະພາແຫ່ງຊາດ, ການພົບປະແລກປ່ຽນປະຊາຊົນ 2 ປະເທດ; ເພີ່ມທະວີການຮ່ວມມືກ່ຽວກັບບັນດາຂົງເຂດຄື: ການສຶກສາ, ພັດທະນາເສດຖະກິດ, ການຄ້າ.

ຕອບກັບ

ຂ່າວ/ບົດ​ອື່ນ