ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງລັດຖະມົນຕການຕ່າງປະເທດ ສໍານັກວາຕີກັງ

(VOVWORLD) -ສໍານັກວາຕີກັງ ຍາມໃດກໍປາດຖະໜາວ່າ ການພົວພັນກັບຫວຽດນາມ ນັບມື້ນັບພັດທະນາ ແລະ ສົ່ງເສີມປະຊາຄົມຊາວຄິຼດຫວຽດນາມ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງລັດຖະມົນຕການຕ່າງປະເທດ ສໍານັກວາຕີກັງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງລັດຖະມົນຕການຕ່າງປະເທດ ສໍານັກວາຕີກັງ  Antoine Camilleri (ພາບ: TTXVN)

ຕອນບ່າຍວັນທີ 18 ທັນວາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດສໍານັກວາຕີກັງ Antoine Camilleri  ແລະ ຄະນະປະຕິບັດງານ ສໍານັກວາຕີກັງ ເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມຄັ້ງທີ 7 ກຸ່ມວຽກງານປະສົມຫວຽດນາມ - ວາຕີກັງ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ແຜນນະໂຍບາຍຂອງຫວຽດນາມ ແມ່ນສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສາສະໜາ ເຄື່ອນໄຫວສອດຄ່ອງກັບກົດໝາຍ, ໃນນັ້ນມີສາສະໜີຄຼິດ. ທ່ານ ຫງວຽນຊວນຟຸກ ສະເໜີ ສໍານັກວາຕີກັງ ສືບຕໍ່ເອົາໃຈໃສ່, ແນະນໍາໃຫ້ປະຊາຄົມຊາວຄຼິດຫວຽດນາມ ຜູກພັນ, ຮ່ວມເດີນທາງພ້ອມກັບປະເທດຊາດ ປະກອບສ່ວນຍົກສູງພາບພົດທີ່ສວຍງາມຂອງ ສາສະໜາ ຄຼິດຢູ່ຫວຽດນາມ ແລະ ຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ສໍານັກວາຕີກັງ ໃຫ້ພັດທະນາດີກວ່າອີກ.

        ທ່ານຮອງລັດຖະມົນຕີການຕ່າງປະເທດ ສໍານັກວາຕີກັງ Antoine Camilleri   ຢັ້ງຢືນວ່າ ສໍານັກວາຕີກັງ ຍາມໃດກໍປາດຖະໜາວ່າ ການພົວພັນກັບຫວຽດນາມ ນັບມື້ນັບພັດທະນາ ແລະ ສົ່ງເສີມປະຊາຄົມຊາວຄິຼດຫວຽດນາມ ຈົ່ງດໍາລົງຊີວິດໃຫ້ເປັນຢ່າງດີ, ຊາວຄິຼດທີ່ດີ ກໍເປັນພົນລະເມືອງທີ່ດີ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດ ແລ ຍາມໃດກໍສະຫງວນຄວາມເອົາໃຈໃສ່ເປັນພິເສດສໍາລັບຫວຽດນາມ, ພ້ອມທັງປາດຖະໜາວ່າ ປະຊາຄົມຊາວຄິຼດ ຈະຮ່ວມເດີນທາງ ແລະ ປະກອບສ່ວນເຂົ້າໃນການສ້າງປະເທດຊາດໃຫ້ມີຄວາມວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ