ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບນັກຊ່ຽວຊານເສດຖະກິດ Philipp Rosler

(VOVWORLD) -  ນັກຊ່ຽວຊານເສດຖະກິດ Philipp Rosler ເປັນຊາວ ເຢຍລະມັນ ເຊື້ອຊາດ ຫວຽດນາມ, ເຄີຍດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບນັກຊ່ຽວຊານເສດຖະກິດ Philipp Rosler - ảnh 1 ທີ່ການຕ້ອນຮັບ (ພາບ: VGP)

ທີ່ການຕ້ອນຮັບນັກຊ່ຽວຊານດ້ານເສດຖະກິດ Philipp Rosler ໃນວັນທີ 13 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ແບ່ງປັນຂໍ້ມູນຂ່າວກ່ຽວກັບສະພາບການເສດຖະກິດສັງຄົມຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້ຄື: ເສດຖະກິດມະຫາພາກພັດທະນາດີໂດຍພື້ນຖານ; ລະບອບລະບຽບການ, ນະໂຍບາຍສ້າງເງື່ອນໄຂໃຫ້ແກ່ການພັດທະນາ, ການຜະລິດ, ດຳເນີນທຸລະກິດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ທ່ານ Philipp Rosler ເປັນຜູ້ມີປະສົບການຫລາຍຢ່າງໃນຂົງເຂດເສດຖະກິດໂລກ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ທ່ານ Philipp Rosler ຈົ່ງສືບຕໍ່ມີບັນດາການປະກອບສ່ວນສຳລັບວິວັດການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ຢ່າງມີປະສິດທິຜົນກ່ວາອີກ, ເປັນຕົ້ນແມ່ນການພັດທະນາປະຊາຄົມວິສາຫະກິດ.

        ສ່ວນທ່ານ Philipp Rosler ໄດ້ຕີລາຄາສູງນະໂຍບາຍຂອງລັດຖະບານ ຫວຽດນາມ ໃນການຕັ້ງໜ້າໜູນຊ່ວຍບັນດານັກລົງທຶນສາກົນມາຜັນຂະຫຍາຍບັນດາໂຄງການຜະລິດດຳເນີນທຸລະກິດຢູ່ ຫວຽດນາມ. ນັກຊ່ຽວຊານເສດຖະກິດ Philipp Rosler ເປັນຊາວ ເຢຍລະມັນ ເຊື້ອຊາດ ຫວຽດນາມ, ເຄີຍດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີກະຊວງເສດຖະກິດ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ