ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ CapitalLand (ສິງກະໂປ)

(VOVWORLD) - ຕອນບ່າຍວັນທີ 14 ມິຖຸນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Ng Kee Choe ປະທານກຸ່ມບໍລິສັດ CapitaLand. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບປະທານກຸ່ມບໍລິສັດ CapitalLand (ສິງກະໂປ) - ảnh 1ທີ່ການຕ້ອນຮັບ (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ພວມຍູ້ແຮງການພັດທະນາຫັນເປັນຕົວເມືອງ, ຖືນີ້ແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕ. ດັ່ງນັ້ນ, CapitaLand ຄວນສ້າງມູນຄ່າເພີ່ມ, ສ້າງຄວາມແຕກຕ່າງຢູ່ ຫວຽດນາມ ຕາມທ່າອ່ຽງຂອງການປະຕິວັດອຸດສາຫະກຳ 4.0. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ສະເໜີບັນດາໂຄງການເຊິ່ງກຸ່ມບໍລິສັດລົງທຶນ ຄວນພັດທະນາຕາມທິດຂຽວ, ສະອາດ, ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ.

        ສ່ວນທ່ານ Ng Kee Choe ຢືນຢັນວ່າ CapitaLand ເປັນນັກລົງທຶນທີ່ທຳມາຫາກິນຍາວນານຢູ່ ຫວຽດນາມ, ຈະສືບຕໍ່ເປີດກ້ວາງໄປສູ່ບັນດາຂົງເຂດອຸດສາຫະກຳ, ການບໍລິການທີ່ສະຫງວນໃຫ້ແກ່ວິສາຫະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ