ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດສື່ສານ Nikkei ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 15 ພະຈິກ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Naotoshi Okada ປະທານກຸ່ມບໍລິສັດສື່ສານ Nikkei ຍີ່ປຸ່ນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານກຸ່ມບໍລິສັດສື່ສານ Nikkei ຍີ່ປຸ່ນ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ ໃຫ້ການຕ້ອນຮັບທ່ານ Naotoshi Okada ປະທານກຸ່ມບໍລິສັດສື່ສານ Nikkei ຍີ່ປຸ່ນ

ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ຫວຽດນາມ ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດ, ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງ Nikkei, ອົງການສື່ມວນຊົນແຖວໜ້າຂອງ ຍີ່ປຸ່ນ ສຳລັບການພົວພັນ 2 ປະເທດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ບັນດາວິສາຫະກິດ ຍີ່ປຸ່ນ ຈະລົງທຶນເຂົ້າ ຫວຽດນາມ ຢ່າງແຮງ; ສະເໜີ Nikkei ເຜີຍແຜ່ສານຂອງລັດຖະບານ ຫວຽດນາມ ຢ່າງແຮງ ວ່າຈະສ້າງທຸກເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ທຳມາຄ້າຂາຍສະດວກຢູ່ ຫວຽດນາມ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງຄວາມເຊື່ອໝັ້ນຢ່າງເລິກເຊິ່ງເຂົ້າໃນແງ່ຫວັງການພົວພັນອັນສົດໃສລະຫວ່າງ 2 ປະເທດ, ກ່ອນອື່ນໝົດແມ່ນຂົງເຂດ ເສດຖະກິດ, ການຄ້າ, ການລົງທຶນ, ທ່ານນາຍົກລັດຖະມົນຕີ ຫວັງວ່າ Nikkei ຈະສືບຕໍ່ຮ່ວມເດີນທາງ ແລະ ລະດົມໃຫ້ການພັດທະນາຂອງສາຍພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ