ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າ Jetro ປະຈຳ ຫວຽດນາມ

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບຜູ້ຕາງໜ້າ Jetro ປະຈຳ ຫວຽດນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​
​ຕ້ອນຮັບ​ທ່ານ Atsusuke Kawada

(vovworld) -  ຕອນ​ເຊົ້າ​ວັນ​ທີ 07/02 ຢູ່​ສຳນັກ​ງານລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Atsusuke Kawada ຫົວໜ້າ​ຜູ້ຕາງໜ້າ​ອົງການ​ສົ່ງ​ເສີມ​ການ​ຄ້າ ຍີ່ປຸ່ນ (JETRO) ປະຈຳ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຂອບ​ໃຈ ​ແລະ ຊົມ​ເຊີຍ​ເຈດ​ຕະນາ​ດີ ​ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ JETRO ທີ່​ໄດ້​ໃຫ້ການຊ່ວຍ​ເຫຼືອ ຫວຽດນາມ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ວິ​ສາ​ຫະກິດ ຍີ່ປຸ່ນ ລົງທຶນ​ເຂົ້າ ຫວຽດນາມ; ພ້ອມ​ທັງ​ມອບ​ໝາຍ​ໃຫ້​ບັນດາ​ອົງ​ການ​ທີ່​ກ່ຽວຂ້ອງ​ຂອງ ຫວຽດນາມ ສົມທົບ​ກັບ JETRO ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ກະກຽມ​ໃຫ້​ເຫດການ​ພິ​ເສດ​ສຳຄັນ​ນີ້​​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ການໂຄສະນາ, ​ແນະນຳ​ບັນດາ​ນັກ​ລົງທຶນ ຍີ່ປຸ່ນ ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ກັບ ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ກໍ່​ປາດ​ຖະໜາ​ຢາກ JETRO ​ແບ່ງປັນ​ບັນດາ​ບົດຮຽນ ​ເພື່ອ​ພ້ອມ​ກັບ ຫວຽດນາມ ຈັດ​ຕັ້ງ​ເຫດການ​ນີ້​ໃຫ້​ປະສົບ​ຜົນສຳ​ເລັດ.

        ສ່ວນ​ທ່ານ Atsusuke Kawada ຖື​ວ່າ: ​ເຖິງ​ວ່າ​ຢືນ​ອັນ​ດັບ​ທີ 2 ​ໃນ​ຈຳນວນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເຂົ້າ ຫວຽດນາມ ກໍ່ຕາມ ​ແຕ່​ປີ 2016 ຍີ່ປຸ່ນ ມີ 549 ​ໂຄງການ​ລົງທຶນ​ເຂົ້າ ຫວຽດນາມ. ນີ້​ແມ່ນ​ຕົວ​ເລກ​ໃຫຍ່​ໃນ​ຈຳນວນ​ນັກ​ລົງທຶນ​ຕ່າງປະ​ເທດລົງທຶນ​ຢູ່ ຫວຽດນາມ, ສະ​ແດງ​ໃຫ້​ເຫັນ ຍີ່ປຸ່ນ ຖື​ຕະຫລາດ ຫວຽດນາມ ເປັນ​ສຳຄັນ.

 

ຕອບກັບ

ຂ່າວ/ບົດ​ອື່ນ