ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຄອງນະຄອນ Los Angeles ປະເທດ ອາເມລິກາ

(VOVWORLD) - ທີ່ການຕ້ອນຮັບທ່ານ Eric Garcetti ເຈົ້າຄອງນະຄອນ Los Angeles ປະເທດ ອາເມລິກາ ໃນຕອນເຊົ້າວັນທີ 28 ກໍລະກົດ ຢູ່ຮ່າໂນ້ຍ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຄອງນະຄອນ Los Angeles ປະເທດ ອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເຈົ້າຄອງນະຄອນ Los Angeles ທ່ານ Eric Garcetti

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກເຖິງການພັດທະນາອັນດີງາມຂອງການພົວພັນຮ່ວມມື 2 ປະເທດ ຫວຽດນາມ - ອາເມລິກາ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ແລະ ປາດຖະໜາຢາກໃຫ້ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດພັດທະນາແທດຈິງ ແລະ ມີປະສິດທິຜົນ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາວິສາຫະກິດ ອາເມລິກາ, ໃນນັ້ນ ມີບັນດາວິສາຫະກິດຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ ຊຸກຍູ້ລັດຖະບານ ອາເມລິກາ ຮັບຮອງເອົາລະບຽບການເສດຖະກິດການຕະຫລາດໃຫ້ ຫວຽດນາມ ໂດຍໄວ; ເປີດປະຕູໃຫ້ສິນຄ້າ ຫວຽດນາມ ແລະ ຫລຸດຜ່ອນບັນດາຮົ້ວກີດຂວາງການຄ້າ ກໍ່ຄືການປອດການຄ້າກ່ວາອີກ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ສະເໜີລັດ California ແລະ ນະຄອນ Los Angeles ສ້າງເງື່ອນໄຂສະດວກກ່ວາອີກ ໃຫ້ແກ່ພໍ່ແມ່ປະຊາຊົນຊາວ ອາເມລິກາ ເຊື້ອຊາດ ຫວຽດນາມ ໃນການອອກແຮງງານ, ຮ່ຳຮຽນ, ດຳລົງຊີວິດຢູ່ປະເທດປະຈຳຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ