ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ຟີລິບປິ່ນ

(VOVWORLD) -ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບ ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ ເນື່ອງໃນໂອກາດເຂົ້າຮ່ວມການພົບປະການນໍາລະຫວ່າງບັນດາປະເທດ ອາຊຽນ (ALG) ແລະ ກອງປະຊຸມປະຈໍາປີ ຂອງ ກອງທຶນເງິນຕາສາກົນ ແລະ ທະນາຄານໂລກ (IMF – WB)  ທີ່ບາລີ, ອິນໂດເນເຊຍ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ຟີລິບປິ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ  ທ່ານ Rodrigo Roa Duterte ປະທານາທິບໍດີ ຟີລິບປິນ (ພາບ: VGP/Quang Hieu)

ທີ່ການພົບປະ, ການນໍາສອງທ່ານ ໄດ້ປຶກສາຫາລືຢ່າງແທດຈິງ ໃນບັນດາຂົງເຂດຮ່ວມມືສໍາຄັນ ເຊິ່ງລວມມີ ການປ້ອງກັນຊາດ,  ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການສຶກສາ, ການຮ່ວມມືຢູ່ເຂດທະເລ, ພະລັງງານ ແລະ ອື່ນໆ. ສອງຝ່າຍເຫັນດີເປັນເອກະພາບ ນໍາກັນວ່າຈະສ້າງໂຄງການເຄື່ອນໄຫວຫວຽດນາມ - ຟິລິບປິນ ໄລຍະ 2018 – 2023 ໃຫ້ສໍາເລັດ ໂດຍໄວ ເພື່ອແນໃສ່ສ້າງພື້ນຖານສະດວກໃຫ້ແກ່ການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ, ພ້ອມທັງສົມທົບກັນຢ່າງແໜ້ນແຟ້ນແນໃສ່ຜັນຂະຫຍາຍບັນດາກົນໄກຮ່ວມມືສໍາຄັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນ ຄະນະກໍາມະການຮ່ວມມືສອງຝ່າຍ ແລະ ຄະນະກໍາມະການປະສົມ ກ່ຽວກັບບັນຫາທະເລ ແລະ ມະຫາສະໝຸດ. ການນໍາສອງທ່ານ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງເລື່ອງເພີ່ມທະວີການຮ່ວມມືກ່ຽວກັບ ບັນດາບັນຫາຢູ່ເຂດທະເລ, ສ້າງເງື່ອນໄຂໃຫ້ແກ່ຊາວປະມົງຂອງສອງປະເທດ ໄດ້ຫາປາຢ່າງຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ