ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ

(VOVWORLD) - ຕອນເຊົ້າວັນທີ 04 ທັນວາ, ທີ່ເມືອງ ກຽນອານ, ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ຫາຍຟ່ອງ (ພາບ: THHP.vn)

ຕາງໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ, ທ່ານນາງ ຫງວຽນທິເງ້ຍ ຮອງເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ຫາຍຟ່ອງ ລາຍງານຕໍ່ຜູ້ມີສິດເລືອກຕັ້ງກ່ຽວກັບບັນດາເນື້ອໃນຂອງກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14. ຕາມນັ້ນແລ້ວ ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍ 6 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ. ບັນດາກົດໝາຍໄດ້ຮັບຮອງເອົາມີຄວາມໝາຍສຳຄັນສຳລັບການພັດທະນາປະເທດຊາດໃນບັນດາຂົງເຂດຜັງເມືອງ, ການຄຸ້ມຄອງໜີ້ສາທາລະນະ, ການສ້າງໂຄງປະກອບບັນດາອົງການສິນເຊື່ອທີ່ຕິດພັນກັບການແກ້ໄຂໜີ້ເສຍຄືນໃໝ່; ການພັດທະນາປ່າໄມ້, ສິນໃນນ້ຳ; ເພີ່ມທະວີ, ຊຸກຍູ້ວຽກງານພົວພັນຕ່າງປະເທດໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ