ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

(VOVWORLD) - ຕອນເຊົ້າວັນທີ 12 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຮັດວຽກກັບການນຳມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ກວດກາໂຄງການນະຄອນມະຫາວິທະຍາໄລ ຮ່ວາລາກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກກັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ: ມະຫາວິທະຍາໄລແຫ່ງຊາດມີບົດບາດຫຼັກແຫຼ່ງ, ສຳຄັນໃນລະບົບການສຶກສາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ລັດເອົາໃຈໃສ່ທີ່ສຸດເຖິງບັນດາມະຫາວິທະຍາໄລແຖວໜ້າຄື: ມະຫາວິທະຍາໄລແຫ່ງຊາດ, ໃນນັ້ນ ມີການລົງທຶນພື້ນຖານໂຄງລ່າງຮັບໃຊ້ການບຳລຸງສ້າງ ແລະ ຄົ້ນຄວ້າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ຕ້ອງວາງແຜນຜັງເຂດຕົວເມືອງມະຫາວິທະຍາໄລຄືນໃໝ່, ໃນນັ້ນ ມີມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ສຸມໃສ່ແຫຼ່ງທຶນຂອງລັດ ໃຫ້ການບຸກເບີກໜ້າພຽງເນື້ອທີ່ ເພື່ອສ້າງເຂດຕົວເມືອງມະຫາວິທະຍາໄລ, ໃນນັ້ນ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແມ່ນແກ່ນສານ. ຕໍ່ໄປ, ມະຫາວິທະຍາໄລແຫ່ງໃດໆ ຢາກເຂົ້າຮ່ວມມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ບົນ ຈິດໃຈສະໝັກໃຈ, ພ້ອມກັນຮ່ວມມື ຍິ່ງຊົມເຊີຍ ເພື່ອໃຫ້ມີບັນດາມະຫາວິທະຍາໄລລົງເລິກຂະແໜງ. ຈາກນັ້ນ, ຈະມີກົນໄກກ່ຽວກັບການຂະຫຍາຍມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ໃນນັ້ນ ມີບາງກົນໄກກ່ຽວກັບການບຸກເບີກໜ້າພຽງ, ເງິນລົງທຶນ, ກົນໄກເປັນເຈົ້າຕົນເອງໃຫ້ບັນດາມະຫາວິທະຍາໄລສະມາຊິກ ສຳລັບມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ