ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາເນື້ອໃນຮ່ວມມືສຳຄັນຂອງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ

(VOVWORLD) - ຕອນບ່າຍວັນທີ 10 ມັງກອນ, ກອງປະຊຸມສຸດຍອດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 2 ໄດ້ດຳເນີນຢູ່ພະນົມເປັນ ປະເທດກຳປູເຈຍ ດ້ວຍການເຂົ້າຮ່ວມຂອງການນຳຂັ້ນສູງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳໜ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາເນື້ອໃນຮ່ວມມືສຳຄັນຂອງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນການຖືເປັນສຳຄັນ ແລະ ການປະກອບສ່ວນຂອງຫວຽດນາມ ເຂົ້າໃນການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ໃນໄລຍະຜ່ານມາ. ກ່ຽວກັບການຮ່ວມມື 5 ປີຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງເລື່ອງ ເອົາໃຈໃສ່ເປັນພິເສດເຖິງການເພີ່ມທະວີການຮ່ວມມືປ້ອງກັນ, ຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງຢ່າງມີປະສິດທິຜົນ ແລະ ໝັ້ນຄົງ, ນຳການຮ່ວມມືດ້ານແຫຼ່ງຊັບພະຍາກອນນ້ຳກາຍເປັນຈຸດສຸມແຫ່ງການຮ່ວມມືລະຫວ່າງ 6 ປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີບັນດາເນື້ອໃນຮ່ວມມືສຳຄັນຂອງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ - ảnh 2 ທີ່ກອງປະຊຸມ

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລ້ວ, ບັນດາບຸລິມະສິດໃນສະເພາະໜ້າ ລວມມີເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ ແລະ ຂໍ້ມູນອຸຕຸນິຍົມອຸທົກກະສາດ; ຮ່ວມມືເພື່ອຮັບມືກັບໄພແຫ້ງແລ້ງ, ນ້ຳຖ້ວມ; ດຳເນີນບັນດາການຄົ້ນຄວ້າວິທະຍາສາດຮ່ວມ ແລະ ຄົ້ນຄວ້າສ້າງກົດລະບຽບການກຄື່ອນໄຫວລະຫວ່າງອ່າງເກັບນ້ຳທີ່ຢູ່ລຽບຕາມກະແສນ້ຳໄຫຼ ຂອງແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ. ພ້ອມກັນນັ້ນ, ການພັດທະນາລະບົບພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ສຳເລັດ ແມ່ນສ້າງຄວາມສະດວກໃຫ້ການຈໍລະຈອນສິນຄ້າ, ການບໍລິການ, ກະແສທຶນ ແລະ ການໄປມາຂອງປະຊາຊົນ; ໜູນຊ່ວຍບັນດາປະເທດແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ກຳແໜ້ນໂອກາດຈາກການປະຕິວັດອຸດສາຫະກຳ 4.0. ບັນດາຂໍ້ສະເໜີ ແລະ ການປະກອບສ່ວນຂອງຄະນະ ຫວຽດນາມ ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ ແລະ ສະແດງໃຫ້ເຫັນໃນບັນດາເອກະສານຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ