ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”

(VOVWORLD) - ຕອນເຊົ້າວັນທີ 17 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ, ການນຳບາງກະຊວງ, ຄະນະ, ຂະແໜງການ ແລະ ຜູ້ແທນກ່ວາ 1.500 ຄົນ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ” - ảnh 1 ກອງປະຊຸມ “ຮ່າໂນ້ຍ 2018 - ການຮ່ວມມື, ລົງທຶນ ແລະ ພັດທະນາ”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ດ້ວຍທ່າໄດ້ປຽບຫລາຍຢ່າງທີ່ມີຢູ່ແລ້ວ, ຮ່າໂນ້ຍ ສາມາດມຸ່ງໄປເຖິງການກໍ່ສ້າງພື້ນຖານເສດຖະກິດພູມປັນຍາຢ່າງແຮງ ດ້ວຍບັນດາມະຫາວິທະຍາໄລທີ່ມີຄຸນນະພາບສາກົນ, ບັນດາສູນຄົ້ນຄວ້າ ແລະ ຫ້ອງທົດລອງເຕັກໂນໂລຢີສູງ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີວ່າ ເພື່ອຫັນວິໄສທັດການພັດທະນາຕົວເມືອງແຫ່ງປະດິດຄິດສ້າງ, ສີວິໄລ, ທັນສະໄໝໃຫ້ປະກົດຜົນເປັນຈິງຈິງ, ແຕ່ຄຸນຄ່າວັດທະນະທຳທີ່ເປັນເອກະລັກສະເພາະຂອງນະຄອນຫລວງແຫ່ງອະລິຍະທຳຈະບໍ່ຖືກສູນເສຍໄປ; ປະຕິບັດທັດສະນະກໍ່ສ້າງນະຄອນຫລວງຂຽວ, ສະອາດ, ອະນຸລັກຮັກສາ ແລະ ມີກົດລະບຽບວິໄນ, ພູມປັນຍາ ແລະ ເຕັກໂນໂລຢີ, ນະຄອນຫລວງ ຮ່າໂນ້ຍ ຄວນປະຕິບັດບາງໜ້າທີ່. ນັ້ນແມ່ນ, ມີແຜນການສັງລວມ ແລະ ໂຄງການດຳເນີນງານພັດທະນານະຄອນ, ຊອກຫາບັນດາກຳລັງໜູນການເຕີບໂຕໃໝ່ ມີລັກສະນະບຸກທະລຸ, ໝັ້ນຄົງໃນໄລຍະຍາວ. ພິເສດຄວນມີວິໄສທັດຕໍ່ບັນດາເຂດທີ່ມີຄວາມສາມາດບົ່ມຊ້ອນ, ບັນດາເມືອງສ້າງຕັ້ງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ