ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ສົກຮ​ຽນ​ 2019 – 2020

(VOVWORLD) -ຕອນເຊົ້າວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງໄດ້ຈັດກອງປະຊຸມສະຫຼຸບສົກຮຽນ 2018 – 2019, ຜັນຂະຫຍາຍໜ້າທີ່ສົກຮຽນ 2019 – 2020. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟ​ຸກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ໜ້າ​ທີ່​ສົກຮ​ຽນ​ 2019 – 2020 - ảnh 1ກອງປະຊຸມຜັນຂະຫຍາຍໜ້າທີ່ສົກຮຽນ 2019 – 2020 (ພາບ:VGP) 

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມ. ທ່ານ ຟຸ່ງຊວັນຍ້າ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງໃຫ້ຮູ້ວ່າ: ຈະຜັນຂະຫຍາຍ 5 ໝວດມາດຕະການການຈຸດສຸມໃນສົກຮຽນ 2019 – 2020, ໃນນັ້ນມີການສຸມໃສ່ພັດທະນາຖັນແຖວພະນັກງານຂອງຂະແໜງ. ກ່ຽວກັບໜ້າທີ່ໃນສົກຮຽນ 2019 – 2020, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຟຸ່ງຊວັນຍ້າ ໃຫ້ຮູ້ວ່າ:

        ທົ່ວຂະແໜງສຶກສາສືບຕໍ່ປະຕິບັດຕາມວິວັດການ 9 ໝວດໜ້າທີ່ຈຸດສຸມຕົ້ນຕໍ່ ແລະ 5 ໝວດມາດຕະການການແກ້ໄຂພື້ນຖານທີ່ໄດ້ວາງອອກແລ້ວ, ຕັດສິນໃຈແກ້ໄຂ ແລະ ສ້າງການຫັນປ່ຽນພື້ນຖານບັນດາບັນຫາກ່ຽວກັບການສຶກສາບຳລຸງສ້າງທີ່ມີຄວາມສົນໃຈຈາກສັງຄົມ ແລະ ຄວາມຂັດໃຈຈາກຫາງສຽງ, ໃນນັ້ນສຸມໃສ່ປະຕິດບັດ 5 ໝວດໜ້າທີ່ຈຸດສຸມເປັນຢ່າງດີ ທີ່ກ່ຽວຂ້ອງເຖິງການສຶກສາຂັ້ນອະນຸບານ, ການສັບຊ້ອນບັນດາມະຫາວິທະນາໄລສ້າງຄູ, ມະຫາວິທະຍາໄລຕ່າງໆ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອຕອບສະໜອງການເພີ່ມທະວີສະມັດຕະພາບການອອກແຮງງານ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຍູ້ແຮງການສຶກສາຄຸນສົມບັດ, ວິຖີຊີວິດ, ທັກສະໃນການດຳລົງຊີວິດໃຫ້ແກ່ນັກຮຽນ, ນັກສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ