ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ອານຢາງ

(VOVWORLD) -  ຕອນເຊົ້າວັນທີ 15 ທັນວາ, ທີ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ອານຢາງ ດ້ວຍຫົວຂໍ້ວ່າ: “ອານຢາງ - ເຊື່ອມຕໍ່ກາລະໂອກາດ ແລະ ການຮ່ວມມືສຳເລັດຜົນ”.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ອານຢາງ - ảnh 1 ທີ່ກອງປະຊຸມ (ພາບ: laodong.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ພູມສັນຖານ ແລະ ທີ່ຕັ້ງຂອງແຂວງ ອານຢາງ ແມ່ນໃຈກາງເສດຖະກິດ, ການຄ້າທີ່ເຊື່ອມຕໍ່ບັນດານະຄອນໃຫຍ່ຄື: ເກີນເທີ, ນະຄອນ ໂຮ່ຈີມິນ ແລະ ພະນົມເປັນ (ກຳປູເຈຍ). ບັນດາທ່າແຮງການຜະລິດຂອງແຂວງ ອານຢາງ ແມ່ນເຂົ້າສານ, ສິນໃນນ້ຳ; ການພັດທະນາການຄ້າ ແລະ ການທ່ອງທ່ຽວ.

        ທ່ານນາຍົກລັດຖະມົນຕີ ຕີລາຄາສູງການເຂົ້າຮ່ວມກອງປະຊຸມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງບັນດານັກລົງທຶນ ສຸມໃສ່ລົງທຶນໃນບັນດາຂົງເຂດ ລ້ຽງສັດ, ສິນໃນນ້ຳ, ປຸງແຕ່ງຜະລິດຕະພັນກະເສດ; ບັນດາໂຄງການທ່ອງທ່ຽວ, ເປັນຕົ້ນແມ່ນການທ່ອງທ່ຽວຊີວະພາບ…ຕາມນັ້ນແລ້ວ, ຕ້ອງສ້າງບັນດາເຂດກະເສດສຸມທີ່ຕິດພັນກັບການປຸງແຕ່ງ. ບັນດາວິສາຫະກິດປຸງແຕ່ງຕິດພັນກັບຕະຫລາດ ຈະປະກອບສ່ວນຊຸກຍູ້ການພັດທະນາກະສິກຳຂອງແຂວງ ອານຢາງ.

        ເນື່ອງໃນໂອກາດນີ້, ແຂວງ ອານຢາງ ໄດ້ມອບຂໍ້ຕົກລົງແຜນນະໂຍບາຍການລົງທຶນໃຫ້ປະມານ 23 ໂຄງການ ໃນບັນດາຂົງເຂດຄື: ກະສິກຳ, ການຄ້າ, ການບໍລິການ, ການທ່ອງທ່ຽວ, ອຸດສາຫະກຳ, ກໍ່ສ້າງ - ຕົວເມືອງ, ສາທາລະນະສຸກ ດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 1,2 ຕື້ USD, ມອບໃບສັນຍາລົງທຶນໃຫ້ນັກລົງທຶນ 7 ຄົນດ້ວຍຍອດເງິນທຶນທັງໝົດຄາດຫລາຍວ່າກ່ວາ 4,5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ