ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ທ໋າຍບີງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງ ທ໋າຍບີງ - ảnh 1

ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເຂົ້າ​ຮ່ວມ​
ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ ທ໋າຍບີ​ງ

(vovworld) – ​ຕອນ​ເຊົ້າ​ວັນ​ທີ 08/04 ທີ່​ນະຄອນ ທ໋າຍບີ​ງ ​ແຂວງ ທ໋າຍບີ​ງ ຈັດ​ຕັ້ງກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ແຂວງ ທ໋າຍບີ​ງ. ນີ້​ແມ່ນ​ໂອກາດ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ໃນ​ຂົງ​ເຂດ​ກະ​ສິກຳ, ຊົນນະບົດ ​ເພື່ອ​ແນ​ໃສ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ພາຍ​ໃນ ​ແລະ ນອກ​ແຂວງ​ ລົງທຶນ​ເຂົ້າ​ຂົງ​ເຂດ​ນີ້​ຂອງ​ແຂວງ ທ໋າຍບີ​ງ. ກ່າວຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ຊົມ​ເຊີຍ​ເລື່ອງ​ບັນດາ​ນັກ​ລົງທຶນ​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ໜັກ​ເຖິງ​ກຳລັງ​ແຮງ​ທີ່ຊ້ອນ​ແຝງ​ໃນຂົງ​ເຂດ​ກະສິກຳ​ຊົນນະບົດ ​ໃນ​ນັ້ນ ມີ​ນ້ຳ​ໃຈ​ຂອງ​ນັກທຸລະກິດ ຫວຽດນາມ, ນ້ຳ​ໃຈ​ເລີ່​ມທຸລະ​ກິດ ​ແລະ ສິ່ງ​ ເປັນ​ໜ​້າຊົມ​ຊື່ນນັ້ນ​ແມ່ນ ວິ​ສາ​ຫະກິດ ​ແ​ລະ ຊາວ​ກະສີກ​ອນໄດ້​ເລີ່​ມຮ່ວມ​ມື, ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານທີ່ ນຳ​ກະສິກຳ​ຊົນນະບົດ​ກ້າວ​ຂຶ້ນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ

        “ພວກ​ເຮົາ​ຄວນ​ນຳ​ໃຊ້​ຈິນຕະນາການ​ໄລຍະ​ໃໝ່​ໃນຂົງ​ເຂດ​ກະສິກຳ. ສິ່ງ​ນີ້​ແມ່ນ​ສຳຄັນ​ທີ່​ສຸດ. ​ແລະ ພວກ​ເຮົາ​ຕ້ອງການ​ມີສີມື​ແຮງ​ງານ ມັນສະໝອງ​ທີ່​ສະຫລາດ​ສະຫລຽວ ດ້ວຍ​ຈິນຕະນາການ​​ນຳ​ໜ້າການ​ປະຕິວັດ​​ອຸດສາຫະກຳຄັ້ງ​ທີ 4, ຕ້ອງ​ນຳ​ກະສິກຳ​ຊົນນະບົດ​ກ້າວ​ຂຶ້ນ”

        ທ່ານ​ນາຍົກລັດຖະມົນຕີຖືວ່າ ປະຈຸ​ບັນ​ການ​ປະຕິ​ຮູບ​ຕ້ອງ​ອີງ​ໃສ່​ຈິດ​ໃຈ​ສ້າງສັນ, ປົດ​ປ່ອຍ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຮອບດ້ານຂອງ​ວິ​ສາ​ຫະກິດ​, ຂອງ​ພາກສ່ວນ​ເອກະ​ຊົນ ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ລະບົບ​ຄຸນຄ່າ​ຜະລິດ​ກະສິກຳ. ​ໃນ​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ວິ​ສາ​ຫະກິດ, ນຳ​ວິ​ສາ​ຫະກິດ​​ເຂົ້າ​ຊົນນະ​ບົດ. ນີ້​ແມ່ນ​ປັດ​ໃຈ​ມີ​ລັກສະນະ​ຕັດສິນ​ເຖິງ​ຜົນສຳ​ເລັດ​ຂອງການ​ພັດທະ​ນາ​ກະສິກຳ​ຊົນນະບົດ.

ຕອບກັບ

ຂ່າວ/ບົດ​ອື່ນ