ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ ອາຊຽນ -​ ສ.​ເກົາຫຼີ

(VOVWORLD) -  ຕອນເຊົ້າວັນທີ 26 ພະຈິກ, ຢູ່ນະຄອນ Busan - ສ.ເກົາຫຼີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນຄູ່ເຈລະຈາ ອາຊຽນ - ສ.ເກົາຫຼີ ຄົບຮອບ 30 ປີ.
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸ​ດຍອດ ອາຊຽນ -​ ສ.​ເກົາຫຼີ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ສ.ເກົາຫຼີ (ພາບ: chinhphu.vn) 

ກອງປະຊຸມລວມມີ 2 ວາລະ. ນີ້ແມ່ນໂອກາດເພື່ອໃຫ້ການນໍາບັນດາປະເທດ ອາຊຽນ ແລະ ສ.ເກົາຫຼີ ຕີລາຄາໝາກຜົນການຮ່ວມມືລະຫວ່າງສອງຝ່າຍໃນຕະຫຼອດໄລຍະ 30 ປີ ຜ່ານມາ, ພ້ອມທັງສະເໜີບັນດາທິດທາງການຮ່ວມມືໃໝ່ລະຫວ່າງສອງຝ່າຍໃນຊຸມປີຕໍ່ໄປ. ນີ້ກໍແມ່ນໂອກາດເພື່ອໃຫ້ ສ.ເກົາຫຼີ ຕີລາຄາເລື່ອງປະຕິບັດ “ນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່” ເຊິ່ງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae in ໄດ້ຕັດສິນໃຈຜັນຂະຫຍາຍນັບແຕ່ເມື່ອຮັບດໍາລົງຕໍາແໜ່ງ. ໜຶ່ງໃນບັນດາຄາດໝາຍຂອງນະໂຍບາຍ ແມ່ນຍົກສູງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ