ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສະຫລຸບຂະແໜງການເງິນ

(VOVWORLD) - ຕອນບ່າຍວັນທີ 09/01, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສະຫລຸບວຽກງານການເງິນງົບປະມານແຫ່ງລັດປີ 2018 ແລະ ຜັນຂະຫຍາຍໜ້າທີ່ການເງິນງົບປະມານແຫ່ງລັດປີ 2019.

 ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        ພື້ນຖານເສດຖະກິດມີຂອບຂະໜາດເປີດໃຫຍ່, ວິສາຫະກິດຂະໜາດກາງ ແລະ ໜ້ອຍຖືກຜົນກະທົບຢ່າງງ່າຍດາຍ, ດັ່ງນັ້ນ, ຄວນມີກົນໄກເພື່ອສຸມໃສ່ພັດທະນາຮູບແບບວິສາຫະກິດນີ້, ຫັນປ່ຽນຄອບຄົວເອກະເທດກາຍເປັນວິສາຫະກິດຢ່າງແຮງ. ຕ້ອງຫັນກົດໝາຍວ່າດ້ວຍການໜູນຊ່ວຍວິສາຫະກິດຂະໜາດກາງ ແລະ ໜ້ອຍເປັນລະອຽດ, ປະຕິຮູບລະບຽບການການເງິນບັນຊີ, ສົ່ງເສີມຮູບແບບວິສາຫະກິດນີ້ ພັດທະນາໃນປີ 2019

        ນອກນັ້ນ, ທ່ານນາຍົກລັດຖະມົນຕີກໍ່ສະເໜີຂະແໜງການເງິນຄວນຍູ້ແຮງການໝູນໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ