ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີມ​ສະຫຼອງ 60 ປ​ີ ແຫ່ງວັນ​ສ້າງ​ຕັ້ງ ​ກອງການ​ບ​ິນ 919

(VOVWORLD) - ກອງການບິນ 919 ແລະ Vietnam Airlines ຄວນສືບຕໍ່ດ້ວຍຖານະແມ່ນບໍລິສັດການບິນແຫ່ງຊາດ, ແມ່ນ ກອງສຳຮອງຢ່າງໜັກແໜ້ນໃຫ້ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດ, ສູ້ຊົນກາຍເປັນບໍລິສັດການບິນ 5 ດາວທຳອິດຂອງ ຫວຽດນາມ ໃນເວລາໄວທີ່ສຸດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ​ເຂົ້າ​ຮ່ວມ​ພິ​ທີ ສະ​ເຫຼີມ​ສະຫຼອງ 60 ປ​ີ ແຫ່ງວັນ​ສ້າງ​ຕັ້ງ ​ກອງການ​ບ​ິນ 919 - ảnh 1ພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງພັນໃຫຍ່ທັບອາກາດຂົນສົ່ງ 919 (ພາບ: laodong.vn) 

        ຕອນບ່າຍວັນທີ 11 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງກອງພັນໃຫຍ່ທັບອາກາດຂົນສົ່ງ 919, ຕົ້ນກຳເນີດຂອງກອງການບິນ 919, ບໍລິສັດໃຫຍ່ການບິນ Vietnam Airlines - Vietnam Airlines ໃນປັດຈຸບັນ. ຕາງໜ້າໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີໄດ້ອວຍພອນບັນດາຜົນງານພິເສດຂອງກອງການບິນ 919 ໃນຕະຫຼອດໄລຍະ 60 ປີ ແຫ່ງການກຳເນີດ ແລະ ເຕີບໃຫຍ່. ແຕ່ກອງພັນໃຫຍ່ທັບອາກາດຂົນສົ່ງ 919 ເມື່ອກ່ອນ, ປັດຈຸບັນ ກອງບິນ 919 ໄດ້ກາຍເປັນ ຫົວໜ່ວຍຫຼັກແຫຼ່ງ ຂອງ Vietnam Airlines - ບໍລິສັດການບິນ 4 ດາວທີ່ມີເຄື່ອງໝາຍໃນໂລກ.

ເນັ້ນໜັກເຖິງບົດບາດ ຂອງ Vietnam Airlines ກໍ່ຄື ຂະແໜງການບິນພົນລະເຮືອນ ຫວຽດນາມ ໃນການພັດທະນາເສດຖະກິດໃນສະໄໝໃໝ່ຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີໄດ້ສະໜີໃຫ້ Vietnam Airlines ຄວນມານະພະຍາຍາມໃຫ້ຫຼາຍກ່ວາອີກເພື່ອບັນລຸໄດ້ເປົ້າໝາຍເຕີບໂຕການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດ, ກວມເອົາ 10 % GDP. ທ່ານນາຍົກລັດຖະສະເໜີໃຫ້ ກອງການບິນ 919 ແລະ Vietnam Airlines ຄວນສືບຕໍ່ດ້ວຍຖານະແມ່ນບໍລິສັດການບິນແຫ່ງຊາດ, ແມ່ນ ກອງສຳຮອງຢ່າງໜັກແໜ້ນໃຫ້ ການປ້ອງກັນຊາດປ້ອງກັນຄວາມສະຫງົບຂອງປະເທດ, ສູ້ຊົນກາຍເປັນບໍລິສັດການບິນ 5 ດາວທຳອິດຂອງ ຫວຽດນາມ ໃນເວລາໄວທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ