ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ລົງ​ທຶ​ນ​ພາກ​ລັດ

(VOVWORLD) -ຕອນເຊົ້າວັນທີ 21 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມແລກປ່ຽນວຽກງານທາງອອນລາຍລະຫວ່າງ ນາຍົກລັດຖະມົນຕີ ກັບບັນດາທ້ອງຖິ່ນ, ກະຊວງ, ອົງການຂັ້ນສູນກາງກ່ຽວກັບສະພາບການປ່ອຍເງິນລົງທຶນ ພາກລັດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ອອນ​ລາຍ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ປ່ອຍ​ເງິນ​ລົງ​ທຶ​ນ​ພາກ​ລັດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມທາງອອນລາຍທົ່ວປະເທດກ່ຽວກັບການປ່ອຍເງິນລົງທຶນພາກລັດ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢ້ຳຄືນວ່າ ຢູ່ກອງປະຊຸມແລກປ່ຽນວຽກງານ ເດືອນແລ້ວ, ລັດຖະບານໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕັດສິນໃຈປ່ອຍເງິນລົງທຶນພາກລັດທີ່ມີມູນຄ່າ 630.000 ຕື້ດົ່ງໃຫ້ໝົດ.

ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕີລາຄາຄືນຄວາມຕັດສິນໃຈ, ການລະດົມລະບົບການເມືອງເຂົ້າຮ່ວມ ເພື່ອຊຸກຍູ້ການປ່ອຍເງິນລົງທຶນພາກລັດ. ຄ່ຽງຄູ່ກັນນັ້ນ, ຕ້ອງຕີລາຄາ, ພິຈາລະນາການປ່ອຍເງິນລົງທຶນພາກລັດສຳລັບບາງໂຄງການຈຸດສຸມສຳຄັນຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ