ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍອະນຸມັດຜ່ານບບັນຊີລາຍຊື່ສະມາຊິກຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ ແລະ ການນໍາໜ່ວຍປະຕິບັດງານ ຊ່ວຍວຽກໃຫ້ປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(ພາບ:TTXVN) 

ລະອຽດຄື, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານຄະນະກໍາມະການແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເປັນຮອງປະທານຄະນະກໍາມະການ. ກ່ອນໜ້ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ຕົກລົງສ້າງຕັ້ງ ຄະນະກໍາມະການແຫ່ງຊາດ ກ່ຽວກັບລັດຖະບານເອເລັກໂຕນິກຂຶ້ນ. ຄະນະກໍາມະການ ມີພາລະໜ້າທີ່ ຄົ້ນຄວ້າ, ສະເໜີຕໍ່ລັດຖະບານ ແລະ ນາຍົກລັດຖະມົນຕີ ກ່ຽວກັບແຜນນະໂຍບາຍ,ຍຸດທະສາດ, ກົນໄກ, ນະໂຍບາຍ ສ້າງສະພາບແວດລ້ອມນິຕິກໍາ ຊຸກຍູ້ການກໍ່ສ້າງ, ພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ, ພື້ນຖານເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ; ສ້າງຄວາມສະດວກໃຫ້ແກ່ການຜັນຂະຫຍາຍການປະຕິວັດອຸດສາຫະກໍາ 4.0 ຢູ່ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ