ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານເວທີປາໄສກະສິກຳ ອົງຄະທາດ ຫວຽດນາມ

(VOVWORLD) - ບັນດາຕົວເລກທີ່ເວທີປາໄສໄດ້ສະແດງໃຫ້ເຫັນວ່າ, ປະຈຸບັນ, ຢູ່ ຫວຽດນາມ ມີ 33/63 ແຂວງ, ນະຄອນໄດ້ພັດທະນາຫຼາຍຮູບແບບກະສິກຳອົງຄະທາດ, ມີເນື້ອທີ່ປະມານ 76.000 ເຮັກຕາ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານເວທີປາໄສກະສິກຳ ອົງຄະທາດ ຫວຽດນາມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານວາລະປະຊຸມຄົບຄະນະກະສິກຳອົງຄະທາດ ຫວຽດນາມ - ພັດທະນາ ແລະ ເຊື່ອມໂຍງເຂົ້າກັບຕາໜ່າງ. ບັນດາຕົວເລກທີ່ເວທີປາໄສໄດ້ສະແດງໃຫ້ເຫັນວ່າ, ປະຈຸບັນ, ຢູ່ ຫວຽດນາມ ມີ 33/63 ແຂວງ, ນະຄອນໄດ້ພັດທະນາຫຼາຍຮູບແບບກະສິກຳອົງຄະທາດ, ມີເນື້ອທີ່ປະມານ 76.000 ເຮັກຕາ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາວ່າ: 2 ປີຜ່ານມາ, ກະສິກຳ ອົງຄະທາດຢູ່ ຫວຽດນາມ ໄດ້ພັດທະນາໄວທັງດ້ານເຄືອຂ່າຍ ແລະ ຂອບຂະໜາດ. ພິເສດແມ່ນຄວາມຕ້ອງການນຳໃຊ້ຜະລິດຕະພັນຈາກກະສິກຳ ອົງຄະທາດພວມນັບມື້ນັບໃຫຍ່ຫຼວງ. ນີ້ແມ່ນກາລະໂອກາດດີທີ່ສຸດໃຫ້ແກ່ການພັດທະນາກະສິກຳອົງຄະທາດ.

        ກ່ອນໜ້ານັ້ນ, ໃນຂອບເຂດເວທີປາໄສສາກົນ “ກະສິກຳ ອົງຄະທາດ - ພັດທະນາ ແລະ ເຊື່ອມໂຍງເຂົ້າກັບຕາໜ່າງ”, ໃນວັນທີ 15 ທັນວາ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຈັດຕັ້ງກອງປະຊຸມສຳມະນາ “ພັດທະນາຕະຫຼາດກະສິກຳ ອົງຄະທາດຫວຽດນາມ”. ຕາມທ່ານ ເຈີ່ນແທງນາມ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລ້ວ, ໄລຍະຈະມາເຖິງ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຈະສົມທົບກັບບັນດາຫົວໜ່ວຍກ່ຽວຂ້ອງສ້າງ ແລະ ປັບປຸງ “ມະຕິກ່ຽວກັບກະສິກຳອົງຄະທາດ” ເພື່ອຍື່ນສະເໜີນາຍົກລັດຖະມົນຕີ ປະກາດໃຊ້ໃນໄລຍະໄວທີ່ສຸດ:

        “ທັດສະນະຂອງກະຊວງກະສິກຳ ແລະ ພັດທະນາຊົນນະບົດແມ່ນສຸມໃສ່ຊີ້ນຳຜະລິດບັນດາຜະລິດຕະພັນມີຄວາມປອດໄພ ຕາມຂັ້ນຕອນປະຕິບັດການຜະລິດກະສິກຳ - VietGap, Global Gap. ພັດທະນາກະສິກຳແບບຍືນຍົງ, ເປັນມິດກັບສິ່ງແວດລ້ອມຮັບປະກັນສະມັດຕະພາບ ແລະ ກຳລັງແກ່ງແຍ້ງ, ໃນນັ້ນ, ສົ່ງເສີມພັດທະນາກະສິກຳອົງຄະທາດ. ນີ້ແມ່ນຄວາມຕ້ອງການອັນໃຫຍ່ຫຼວງ ແລະ ແມ່ນຄວາມສາມາດບົ່ມຊ້ອນເພື່ອເສີມຂະຫຍາຍການຜະລິດກະສິກຳອົງຄະທາດ ຜ່ານນັ້ນ ສະເໜີຕໍ່ລັດຖະບານບັນດາມາດຕະການສົ່ງເສີມ ແລະ ໜູນຊ່ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ