ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານໃນກອງປະຊຸມຄະນະປະຈຳ ລັດຖະບານ

(VOVWORLD) - ຕອນບ່າຍວັນທີ 21 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານຈັດຕັ້ງກອງປະຊຸມຂອງຄະນະປະຈຳລັດຖະບານກັບບາງກະຊວງ, ຂະແໜງການກ່ຽວກັບສະພາບການຂອງບຸນປີໃໝ່ປີຈໍ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານໃນກອງປະຊຸມຄະນະປະຈຳ ລັດຖະບານ - ảnh 1 ກອງປະຊຸມຄະນະປະຈຳ ລັດຖະບານ (ພາບ: TTXVN)

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງວຽກງານຮັບໃຊ້ບຸນປີໃໝ່ໄດ້ຜັນຂະຫຍາຍຢ່າງໄວ, ເປັນເຈົ້າການ, ທັນການ, ມີຄວາມຮັບຜິດຊອບ; ປະລິມານສິນຄ້າອຸດົມສົມບູນ, ລາຄາເປັນປົກກະຕິ. ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງ. ບັນດາເປົ້າໝາຍນະໂຍບາຍ, ພໍ່ແມ່ປະຊາຊົນຊົນເຜົ່າ, ເຂດຫ່າງໄກສອກຫລີກ, ຄົນທຸກຍາກ, ເຂດຖືກໄພພິບັດທຳມະຊາດໄດ້ຮັບຄວາມເອົາໃຈໃສ່ ແລະ ເບິ່ງແຍງດູແລ.

        ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ມີໂທລະເລກກະຕຸກຊຸກຍູ້ການປະຕິບັດໜ້າທີ່ພາຍຫລັງບຸນປີໃໝ່. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ບັນດາກະຊວງ, ອົງການສຳນັກງານ, ທ້ອງຖິ່ນ, ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ ຍົກສູງຄວາມຮັບຜິດຊອບ, ຄວາມຕັດສິນໃຈ, ສູ້ຊົນນັບແຕ່ໃນຊຸມວັນຕົ້ນບຸນປີໃໝ່ໂດຍທັນທີ; ສຸມໃສ່ປະຕິບັດບັນດາໜ້າທີ່, ວຽກງານຕາມຄາດໝາຍທີ່ໄດ້ວາງອອກຢ່າງສູງ; ເພີ່ມທະວີການກະຕຸກຊຸກຍູ້ກວດກາ.

        ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປຸກລະດົມທົ່ວປວງຊົນທັງຊາດ…ຮ່ວມແຮງຮ່ວມໃຈສູ້ຊົນປະຕິບັດຮອບດ້ານບັນດາໜ້າທີ່ປີ 2018 ຢ່າງມີໄຊ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງບັນດາສະຫະສະມາຄົມຂະແໜງອາຊີບ, ປະຊາຄົມວິສາຫະກິດ, ບັນດານັກທຸລະກິດ ແລະ ປະຊາຊົນທັງໝົດໃຫ້ຍາດແຍ່ງກາລະໂອກາດ, ແກ້ໄຂຄວາມຫຍຸ້ງຍາກສິ່ງທ້າທາຍ, ຈັດຕັ້ງຄົນງານໃນການຜະລິດ, ການລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ