ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນເຈົ້າພາບກອງປະຊຸມ ລັດຖະບານປະຈຳເດືອນທັນວາ 2017

(VOVWORLD) -ຕອນບ່າຍວັນທີ 29 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ລັດຖະບານໄດ້ດຳເນີນວາລະປະຊຸມປະຈຳເດືອນສຸດທ້າຍຂອງປີ 2017.

ວາລະປະຊຸມສຸມໃສ່ເຂົ້າໃນວຽກງານກໍ່ສ້າງລະບອບລະບຽບການ. ລັດຖະບານໄດ້ຮັບຟັງລັດຖະມົນຕີກະຊວງຍຸຕິທຳລາຍງານສະພາບການປະຕິບັດລາຍການກໍ່ສ້າງກົດໝາຍ, ລັດຖະບັນຍັດຂອງລັດຖະບານ ແລະ ສະພາບປະກາດໃຊ້ເອກະສານກຳນົດລາຍລະອຽດກ່ຽວກັບການປະຕິບັດກົດໝາຍ, ລັດຖະບັນຍັດປີ 2017 ; ບົດລາຍງານສັງລວມສະເໜີກໍ່ສ້າງບັນດາຮ່າງກົດໝາຍປັບປຸງເພີ່ມເຕີ່ມບັນດາກົດໝາຍກ່ຽວຂ້ອງເຖິງທີ່ດິນ, ກໍ່ສ້າງ, ເຄຫະສະຖານ, ການລົງທຶນກຳເນີນທຸລະກິດ, ສິ່ງແວດລ້ອມ….

        ລັດຖະບານຮັບຟັງ, ປຶກສາຫາລືກ່ຽວກັບກົດໝາຍວ່າດ້ວຍຕຳຫລວດທະເລ ຫວຽດນາມ ກ່ຽວກັບການສະເໜີກໍ່ສ້າງບັນດາຮ່າງກົດໝາຍ: ກົດໝາຍວ່າດ້ວຍກອງຫຼອນປ້ອງກັນຕົວ (ສະບັບປັບປຸງ), ກົດໝາຍວ່າດ້ວຍຕຳຫລວດປະຊາຊົນ (ສະບັບປັບປຸງ) ແລະ ສະເໜີປັບປຸງ, ເພີ່ມເຕີ່ມກົດໝາຍວ່າດ້ວຍປະກາດໃຊ້ເອກະສານນິຕິກຳປີ 2015.

        ທີ່ວາລະປະຊຸມ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ລາຍງານສະພາບການປະຕິບັດແຜນການ ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ໄລຍະ 2016 – 2020. ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາຍງານຂໍຄຳເຫັນຈາກສະມາຊິກລັດຖະບານໃນການປັບປຸງບາງເນື້ອໃນຮ່າງມະຕິດຳເນີນທຸລະກິດຕາມວິທີຫລາຍຂັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ