ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ

(VOVWORLD) -ຕອນເຊົ້າວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດສະໜາມບິນທະຫານ Fairbairn ນະຄອນຫລວງ Canberra
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ (ພາບ: VGP)

ເລີ່ມຕົ້ນການຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull.

        ຕາມລາຍການ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Malcom Turnbull ຈະເປັນເຈົ້າພາບພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາຢ່າງເປັນທາງການໃນວັນທີ 15 ມີນາ. ຫລັງຈາກນັ້ນ ນາຍົກລັດຖະມົນຕີ 2 ທ່ານຈະດຳເນີນການເຈລະຈາ ແລະ ເປັນສັກຂີພິຍານພິທີລົງນາມໃນບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ຝ່າຍ.

   ໃນວັນທີ 14 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບບັນດາຄູອາຈານ ແລະ ນັກສຶກສາມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ( ANU)  - ໜຶ່ງໃນ  ມະຫາວິທະຍາໄລຄົ້ນຄວ້າແຖວໜ້າ 10 ແຫ່ງໃນໂລກ. ກ່ຽວກັບແງ່ຫວັງຮ່ວມມືດ້ານການສຶຶກສາລະຫວ່າງສອງປະເທດ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ:

“ຂ້າພະເຈົ້າຫວັງວ່າ ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ ຈະສືບຕໍ່ເປີກກວ້າງການຮ່ວມສໍາພັນກັບບັນດາຮາກຖານການສຶກສາ, ການກໍ່ສ້າງຂອງຫວຽດນາມໃນການແລກປ່ຽນບົດຮຽນ, ຮ່່ວມມືຄົ້ນຄວ້າ ວິທະຍາສາດ ແລະ ແລກປ່ຽນນັກສຶກສາມາຮໍ່າຮຽນ. ພວກຂ້າພະເຈົ້າພ້ອມແລ້ວສ້າງທຸກເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ມະຫາວິທະຍາໄລແຫ່ງຊາດ ອົດສະຕາລີ  ແລະ ບັນດາມະຫາວິທະຍາໄລອື່ນໆຂອງ ອົດສະຕາລີ ຍູ້ແຮງການຮ່ວມມືດ້ານການສຶກສາກັບຫວຽດນາມ. ຂ້າພະຈົ້າຮູ້ສຶກປິຕິຊົມຊື່ນ ເມື່ອແຈ້ງໃຫ້ຊາບວ່າ ກະຊວງສຶກສາ ແລະ ບໍາລຸງກໍ່ສ້າງ ຫວຽດນາມ ແລະ ອົດສະຕາລີ ຈະລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມື ດ້ານການາສຶກສາ ລະຫວ່າງສອງປະເທດ ໃນໄລຍະ 2018 – 2023 ດ້ວຍເປົ້າໝາຍ ແລະ ທິດທາງການຮ່ວມມືນັບມື້ນັບເລິກເຊິ່ງ ແລະ ມີປະສິດທິຜົນ.

        ຕອນບ່າຍວັນດຽວກັນ, ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບພະນັກງານສະຖານທູດ ແລະ ພໍ່ແມ່ພີນ້ອງຊາວ ຫວຽດນາມ ອາໄສຢູ່ ອົດສະຕາລີ.

ຕອບກັບ

ຂ່າວ/ບົດ​ອື່ນ