ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກ໋ວາງຫງາຍ

(VOVWORLD) - ຕອນບ່າຍວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ການນຳບາງກະຊວງ, ຂະແໜງການໄດ້ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກ໋ວາງຫງາຍ,
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກ໋ວາງຫງາຍ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳຫຼັກແຫຼ່ງແຂວງ ກ໋ວາງຫງາຍ

ໃຫ້ຄຳຄິດເຫັນແກ້ໄຂບັນດາສິ່ງຕິດຂັດຂອງທ້ອງຖິ່ນກ່ຽວກັບເລື່ອງຜັນຂະຫຍາຍບາງໂຄງການເສດຖະກິດສັງຄົມສຳຄັນ; ໃນນັ້ນມີເລື່ອງຮັບປະກັນສະຖຽນລະພາບ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງໂຮງງານກັ່ນຕອງນ້ຳມັນ ຢຸງກວດ . ສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາວ່າ:

        “ກ໋ວາງຫງາຍ ຕ້ອງມີວິໄສທັດພັດທະນາຂອງທົ່ວເຂດເສດຖະກິດຈຸດສູມພາກກາງ, ທັງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້. ເຫັນດີເປັນເອກະພາບວ່າ ເຂດເສດຖະກິດ ຢຸງກວດ ກາຍເປັນສູນກັ່ນຕອງນ້ຳມັນ, ພະລັງງານລະດັບຊາດ. ຢູ່ ກ໋ວາງຫງາຍ ກໍ່ມີໂຄງການດ້ານພະລັງງານຫລາຍໂຄງການ ຄວນໄດ້ຮັບການຍູ້ແຮງຜັນຂະຫຍາຍ ແລະ ລວມຢູ່ໃນແຜນການພະລັງງານລະດັບຊາດ; ນຳ ຢຸງກວດ ກາຍເປັນໂຮງງານມີຄຸນນະພາບ, ມີປະສິດທິຜົນ, ປອດໄພ, ປະກອບສ່ວນໃຫ້ແກ່ປະເທດຊາດ


ຕອບກັບ

ຂ່າວ/ບົດ​ອື່ນ