ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບ GMS6-CLV10

(VOVWORLD) - ຕອນຄ່ຳວັນທີ 30 ມີນາ, ທີ່ຫໍປະຊຸມແຫ່ງຊາດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 (GMS6) ແລະ ກອງປະຊຸມສຸດຍອດຮ່ວມມືເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10).
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບ GMS6-CLV10 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ເປັນເຈົ້າພາບຈັດງານລ້ຽງຮອງຮັບ GMS6-CLV10

 ກ່າວຄຳເຫັນຂ່ຳນັບຮັບຕ້ອນບັນດາຫົວໜ້າຄະນະ, ພັນລະຍາ, ສາມີ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ໃນປະຫວັດສາດແຫ່ງການພັດທະນາຂອງມວນມະນຸດ ແລະ ຂອງແຕ່ລະປະເທດ - ຊົນຊາດ, ບັນດາແມ່ນ້ຳຍາມໃດກໍ່ມີຄວາມໝາຍພິເສດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ບັນດາແມ່ນ້ຳໃນພາກພື້ນ ແລະ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແມ່ນແຫຼ່ງຮ່ວມສຳພັນ, ແມ່ນສາຍເຊື່ອມຕໍ່ທີ່ສະໜິດແໜ້ນຈົນເຖິງຕະຫລອດໄປຂອງບັນດາປະເທດ, ປະຊາຊົນ 6 ປະເທດໃນອະນຸພາກພື້ນຕະຫລອດໄປ. ສິ່ງດັ່ງກ່າວ ຮຽກຮ້ອງບັນດາປະເທດສະມາຊິກຕ້ອງພ້ອມກັນມານະພະຍາຍາມຮັກສາສັນຕິພາບ, ການຮ່ວມມືພັດທະນາ ເພື່ອແນໃສ່ນຳອະນຸພາກພື້ນກາຍເປັນພາກພື້ນທີ່ມີການເຊື່ອມໂຍງເຂົ້າກັບສາກົນ, ມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ.


ຕອບກັບ

ຂ່າວ/ບົດ​ອື່ນ