ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບແຂວງນິງທ້ວນ

(VOVWORLD) -ຕອນບ່າຍວັນທີ 5 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ນິງທ້ວນ ຂອງຫວຽດນາມ ເພື່ອໃຫ້ຄໍາຄິດເຫັນແກ້ໄຂຄວາມຫຍຸ້ງຍາກ ແລະ ຊຸກຍູ້ບາງລາຍການ, ໂຄງການສໍາຄັນ ເພື່ອແນໃສ່ນໍາແຂວງນິງທ້ວນ ພັດທະນາຢ່່າງວ່ອງໄວ ແລະ ມີປະສິດທິຜົນສູງກວ່າ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຮັດວຽກກັບແຂວງນິງທ້ວນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຮັດວຽກກັບການນໍາແຂວງນິວທ້ວນ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຕື້ອງເຖິງມະຕິຂອງລັດຖະບານກ່ຽວກັບກົນໄກນະໂຍບາຍສະເພາະ ໜູນຊ່ວຍແຂວງ ນິງທ້ວນ ພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີ ກໍເນັ້ນໜັກເຖິງຄວາມຮຽກຮ້ອງສໍາລັບການນໍາແຂວງ ນິງທ້ວນ ຈົ່ງເສີມຂະຫຍາຍນໍ້າໃຈຄວາມຂະຫຍັນຂັນເຄື່ອນ, ຂ້ຽວຂາດ ແລະໃກ້ຊິດທິດແທດກັບສະພາບການຕົວຈິງຕື່ມອີກ ເພື່ອຄຸ້ມຄອງ, ບໍລິຫານ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈວ່າແຂວງນິງທ້ວນ ຄວນສືບຕໍ່ປ່ຽນແປງໃໝ່ຮອບດ້ານວຽກງານຊີ້ນໍາ, ບໍລິຫານ, ປະຕິຮູບການບໍລິຫານ, ໂດຍສະເພາະແມ່ນລະບຽບການບໍລິຫານ. ພ້ອມກັນນັ້ນ, ແຂວງ ນິງທ້ວນ ຕ້ອງພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ເຖິງການຮັບປະກັນຊີວິດສັງຄົມ; ຍູ້ແຮງວຽກງານກໍ່ສ້າງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ