ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣຸໄນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ບຣຸໄນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ​ບຣຸ​ໄນ
(ພາບ: nguyentandung.org)


(vovworld) - ຕອນ​ບ່າຍ​ວັນ​ທີ 28 ສິງຫາ, ທີ່​ການ​ຕ້ອນຮັບ​ທ່ານ Dato Paduka Haji Mahadi Haji Wasli, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ​ບຣຸ​ໄນ ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສຳ​ເລັດ​ໜ້າ​ທີ່​ການ​ທູດ​ຂອງ​ຕົນ​ຢູ່​ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ຕີລາຄາ​ສູງ​ການ​ປະກອບສ່ວນ​ຂອງ​​ທ່ານເອກ​ອັກຄະ​ລັດຖະທູ​ດ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ບຣຸ​ໄນ ​ໃຫ້​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ທຸກ​ຂົງ​ເຂດ​ໃນ​​ໄລຍະ​ຜ່ານ​ມາ, ​ເນັ້ນ​ໜັກ​ວ່າ​ ຫວຽດນາມ​ຖື​ເປັນ​ສຳຄັນ ​ແລະ ປະຕິບັດ​ແນວທາງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ພ້ອມ​ກັບ​ຝ່າຍ​ບຣຸ​ໄນ ມານະ​ພະຍາຍາມ​ຮ່ວມ​ມື ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ເລີກ​ເຊິ່ງ ກວ້າງ​ແຂ​ວາງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ທັງ 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໃຫ້​ຮູ້​ ຈະ​ພ້ອມ​ກັບບັນດາ​ການ​ນຳ​ອາ​ຊຽນ ​ໄປບຣຸ​ໄນ ​ໃນ​ເດືອນ ຕຸລາ ທີ່​ຈະ​ມາ​ເຖິງ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາ​ຊຽນ ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທ່ີກ່ຽວຂ້ອງ. ທ່ານ​ນາຍົກລັດຖະມ​ົມຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ ດ້ວຍ​ບົດຮຽນ ​ແລະ ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ບຣຸ​ໄນ ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນຮ່ວມ​ມື, ມິດຕະພາບ​ລະ​ຫວ່າງ 2 ປະ​ເທດ​ຫວຽດນາມ - ບຣຸ​ໄນ.

ຂ່າວ/ບົດ​ອື່ນ