ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດປະທານ EC

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບອະດີດປະທານ EC - ảnh 1
ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ
ຕ້ອນຮັບ​ທ່ານ Romano Prodi, ອະດີດ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC)
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 18/03, ທີ່​ການ​ຕ້ອນຮັບ​ທ່ານ Romano Prodi, ອະດີດ​ປະທານ​ຄະນະ​ກຳມະການ​ເອີ​ລົບ (EC), ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເຫດການ “ຂົວ​ເຊື່ອມ​ຕໍ່ - ການ​ເຈລະຈາ​ທີ່​ມຸ່ງ​ໄປ​ເຖິງວັດທະນະທຳ​ສັນຕິພາບ” ອາ​ຊຽນ ຄັ້ງ​ທີ 4 ​ໂດ​ຍກອງ​ທຶນ​ສັນຕິພາບ​ສາກົນ ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳງລຸງ​ສ້າງ​ຫວຽດນາມ ຈັດ​ຕັ້ງຂຶ້ນ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ຫວຽດນາມ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ສຳຄັນ​ຂອງ​ທ່ານ Prodi ​ໃນ​ການ​ຊຸກຍູ້​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ ກັບ ອີ​ຕາ​ລີ ​ເວົ້າ​ສະ​ເພາະ ​ແລະ ກັບ ສະຫະພາບ​ເອີ​ລົບ ​ເວົ້າ​ລວມ. ທ່ານ​ນາຍົກລັດຖະມົນຕີຫວັງວ່າ ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ, ທ່ານ Prodi ຈະ​ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອີ​ຕາ​ລີ ​ແລະ ຫວຽດນາມ - ສະຫະພາບ​ເອີ​ລົບ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ສະພາບ​ການ​ທີ່​ຫວຽດນາມ ​ແລະ ສະຫະພາບ​ເອີ​ລົບ ພວມ​​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ FTA. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ: ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ 10 ປະ​ເທດ​ອາ​ຊຽນ ​ເວົ້າ​ລວມ​ ປາດ​ຖະໜາ​ຢາກ​ຮັກ​ສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015; ຫວັງ​ວ່າ ທ່ານ Prodi ກໍ​ຄື ສະຫະພາບ​ເອີ​ລົບ ສະໜັບສະໜູນ​ຫຼັກ​ໝັ້ນ​ຂອງ​ຫວຽດນາມ ​ໃນວຽກ​ງານ​​ແກ້​ໄຂ​ການ​ພິດ​ພາດກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາ​ລົບ​ກົດໝາຍ​ສາກົນ ​ແລະ ສົນ​ທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ທະ​ເລ​ປີ 1982.

ຂ່າວ/ບົດ​ອື່ນ