ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕ້ອນຮັບເຈົ້າແຂວງ Kanagawa, ປະເທດຍີ່ປຸ່ນ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານ Kuroiwa Yuji ເຈົ້າແຂວງ ແຂວງ Kanagawa)
(vovworld) – ຕອນບ່າຍວັນທີ 25/07, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອນຮັບທ່ານ Kuroiwa Yuji ເຈົ້າແຂວງ ແຂວງ Kanagawa, ປະເທດຍີ່ປຸ່ນ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລີກເຊິ່ງ, ກວ້າງແຂວງ, ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຍີ່ປຸ່ນ ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລີກ, ແທດຈິງ ແລະ ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ລັດຖະບານຫວຽດນາມ ສະໜັບສະໜູນ, ສ້າງທຸກເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກັບ Kanagawa.
(ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຫວ້
ຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງ Kanagawa)
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 25/07, ຢູ່ຮ່າໂນ້ຍ, ທ່ານກຳມະການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຫວ້ ໄດ້ມີການຕ້ອນຮັບຄະນະຜູ້ແທນຂັ້ນສູງແຂວງ Kanagawa, ປະເທດຍີ່ປຸ່ນ ໂດຍທ່ານ Kuroiwa Yuji ເຈົ້າແຂວງດັ່ງກ່າວນຳໜ້າ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ເວືອງດິ່ງເຫວ້ ຖືວ່າ ບໍ່ມີເວລາໃດທີ່ການພົວພັນລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດດີງາມຄືປະຈຸບັນ, ການເຄື່ອນໄຫວແລກປ່ຽນລະຫວ່າງຫວຽດນາມ ກັບ ຍີ່ປຸ່ນ ໃນປະຈຸບັນ ບໍ່ພຽງແຕ່ຢູ່ໃນລະດັບຊາດເທົ່ານັ້ນ ຫາກຍັງຢູ່ໃນລະດັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ລະຫວ່າງບັນດາແຂວງຂອງຫວຽດນາມ ກັບ ທ້ອງຖິ່ນຕ່າງໆຂອງຍີ່ປຸ່ນ ອີກດ້ວຍ. ທ່ານ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາຢາກໃຫ້ບັນດາວິສາຫະກິດຍີ່ປຸ່ນ ລົງທຶນເຂົ້າຫວຽດນາມ ເພື່ອແນໃສ່ສ້າງບັນດາຜະລິດຕະພັນມີມູນຄ່າເພີ່ມສູງ, ຕອບສະນອງຄວາມຕ້ອງການໃຊ້ສອຍທີ່ນັບມື້ນັບສູງຂອງປະຊາຊົນ. ທ່ານ ເວືອງດິ່ງເຫວ້ ປາດຖະໜາວ່າ ທ່ານເຈົ້າແຂວງຕັ້ງໜ້າຂົນຂວາຍບັນດາວິສາຫະກິດຍີ່ປຸ່ນ ຂອງແຂວງ Kanagawa ເຂົ້າຮ່ວມການພັດທະນາພື້ນຖານໂຄງລ່າງສາທາລະນະສຸກຢູ່ຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອຫັນວຽກງານການສຶກສາ, ສາທາລະນະສຸກ ແລະ ພາລະກິດລວມມາເປັນຂອງສັງຄົມ.