ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມ ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 25

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມ ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 25 - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ
(ພາບ: AFP)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານາທິບໍດີ​ມຽນມາ Thein Sein, ວັນ​ທີ 11/11, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 25 ​ແລະ ບັນດາ​ກອງ​ປະຊຸມ​ຂັ້ນ​ສູງ​ທີ່​ກ່ຽວຂ້ອງ ຢູ່ Nay Pyi Taw, ​ໃນ​ລະຫວ່າງ​ວັນ​ທີ 12 - 13/11.

        ​ເຂົ້າ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ນີ້, ​ຄະນະ​ຜູ້​​ແທນ​ຫວຽດນາມ ມີ: ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ຟ້າ​ມບິງ​ມິ​ງ; ທ່ານ​ລັດຖະມົນຕີ, ຫົວ​ໜ້າ​ຫ້ອງການ​ລັດຖະບານ ຫງວຽນ​ວັນ​ເນັນ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມກວາງ​ວິ​ງ; ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ອຸດສາຫະກຳ​ການ​ຄ້າ ​ໂດ້ທັ໋ງຫາຍ; ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວ​ໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​​ອາ​ຊຽນ ຫວູດັງ​ຢຸງ.

        ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 25 ​ແລະ ບັນດາ​ກອງ​ປະຊຸມ​ທີ່ກ່ຽວ​ຂ້ອງ ​ແມ່ນ​ເພື່ອ​ແນ​ໃສ່​ປະກອບສ່ວນ​​ໃຫ້​ແກ່​ຄວາມ​ສາມັກຄີ ​ແລະ ​ເອກະ​ພາບ​ຂອງ​ອາ​ຊຽນ ຢ່າງ​ຕັ້ງໜ້າ; ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ຂອງ​ສະຫະ​ສະມາຄົມ​ໃນ​ການ​ສ້າງ​ໂຄງ​ປະກອບ​ພາກ​ພື້ນ​ທີ່ພວມ​ໄດ້​ຮັບ​ການ​ສ້າງ​ຕັ້ງ, ຊຸກຍູ້​ຄາດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ​​ໃຫ້​ສຳ​ເລດໃນ​ປີ 2015 ​ແລະ ກຳນົດ​ທິດ​ພັດທະນາ​ໃຫ້​ໄລ​ຍະ​ພັດທະນາຂອງປະຊາ​ຄົມ​ອາ​ຊຽນ ​ພາຍຫຼັງ​ປີ 2015 ກໍ່ຄື​ປະກອບສ່ວນ​ເພື່ອ​ກໍ່ສ້າງ​ບັນດາ​ບັນຫາອື່ນໆ​​ທີ່​ເປັນຄວາມ​ສົນ​ໃຈ​ລວ​ມຂອງ​ທັງພາກ​ພື້ນ​.

ຂ່າວ/ບົດ​ອື່ນ