ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີເຊື່ອມຕໍ່ໂຄງສ້າງຂົວ ເກືອດ້າຍ, ກວາງນາມ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີເຊື່ອມຕໍ່ໂຄງສ້າງຂົວ ເກືອດ້າຍ, ກວາງນາມ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​
​ເຂົ້າ​ຮ່ວມ​ພິທີ​ເຊື່ອມ​ຕໍ່​ໂຄງ​ສ້າງຂົວ​ເກືອ​ດ້າຍ
(ພາບ: chinhphu.vn)


(vovworld) – ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ບາງ​ແຂວງ​ທາງ​ພາກ​ກາງ, ຕອນ​ບ່າຍ​ວັນ​ທີ 28/09, ຢູ່​ແຂວງ​ກວາງ​ນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເຊື່ອມ​ຕໍ່​ໂຄງ​ສ້າງຂົວ​ເກືອ​ດ້າຍ, ​ເຊິ່ງຄາດ​ວ່າຈະທົດ​ລອງ​​ໃຊ້​ການໃນ​ເດືອນ 03/2015. ​ໂຄງການ​ຂົວມີ​ລວງ​ຍາວທັງ​ໝົດ 18,3 ກມ, ​ໃນ​ນັ້ນຕອນ​ກາຍຂ້າມ​ແມ່ນ້ຳ ຖູ​ບົ່ນ, ​ເຊື່ອມ​ຕໍ່​ຄຸ້ມ​ຖະໜົນ​ເກົ່າ ​ໂຮ້ຍອານ ​ກັບ​ບັນດາເມືອງ ຢຸຍຊວຽນ, ທັງ​ບິ່ງ, ​ແມ່ນ​1.48 ກມ, ຂົວ ​ເກືອ​ດ້າຍ ນອນບົນ​ເສັ້ນທາງ​ແຄມທະ​ເລ​ແຫ່ງ​ຊາດ.

        ທ່ານ​ເນັ້ນ​ໜັກ​ວ່າຂົວ ​ເກືອ​ດ້າຍ ​ແມ່ນ​ໂຄງການທີ່ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ກ່ຽວ​ກັບດ້ານ​ເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ກູ້​ໄພ​ກູ້​ຊີບ… ຈະ​ປະກອບສ່ວນຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງຂອງ​ແຂວງ​ກວາງ​ນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ກໍ່ໄດ້ຍ້ອງຍໍ, ​ຕີ​ລາຄາ​ສູງ​ເຈົ້າ​ຂອງນັກ​ລົງທຶນ, ຫົວໜ່ວຍ​ອອກ​ແບບ, ບັນດາ​ພະນັກງານ, ນັກ​ເຕັກນິກ, ກຳມະ​ກອນ, ຄົນ​ງານ​ທີ່​ເຮັດ​ວຽກ​ຢູ່​ກິດຈະກຳກໍ່ສ້າງ ​ໄດ້​ມານະພະ​ຍາ​ຍາມ​ສູ້​ຊົນ, ​ແກ້​ໄຂຄວາມ​ຫຍຸ້ງຍາ​ກ, ຮັບປະ​ກັນປະຕິບັດ​ໃຫ້​ຖືກ​ຕ້ອງຕາມ​​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ ​ແລະ ມາ​ຮອດ​ປະຈຸ​ບັນກິດຈະກຳ​​ໄດ້ກໍ່ສ້າງ​​ສຳ​ເລັດ​ແລ​້ວ 95%. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ​ແຂ​ວງກວາງ​ນາມ, ບັນດາ​ອົງການ​, ຫົວໜ່ວຍ​ທີ່​ກ່ຽວຂ້ອງ ສືບ​ຕໍ່​ສຸມ​ໃສ່​ຜັນ​ຂະຫຍາຍ​ປະຕິບັດ​​ໂຄງການ​ໃຫ້​ຖືກ​ຕ້ອງຕາມ​ຄວາມ​ຄືບ​ໜ້າ, ຮັບປະກັນ​ຄຸນ​ນະພາ​ບ, ກໍ່ສ້າງ​ສຳ​ເລັດ ​ແລະ ນຳ​ກິດຈະກຳ​ນີ້​ເຂົ້າ​ໃຊ້​ການ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ