ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີໄຂກອງປະຊຸມຂັ້ນສູງ CLV ຄັ້ງທີ 8

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເຂົ້າຮ່ວມພິທີໄຂກອງປະຊຸມຂັ້ນສູງ CLV ຄັ້ງທີ 8 - ảnh 1
(ພິທີລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ
​ກ່ຽວ​ກັບການ​ຮ່ວມ​ມືເຂດ 3 ຫຼ່ຽມພັດທະນາ CLV)

(vovworld) – ຕອນ​ເຊົ້າ​ວັນ​ທີ​ 25/11​ ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມພັດທະນາ ກຳປູ​ເຈຍ - ລາວ - ຫວຽດນາມ (CLV) ຄັ້ງ​ທີ 8 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕິ໋ນຢຸງ, ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ, ນາຍົກລັດຖະມົນຕີກຳປູ​ເຈຍ ຮຸນ​ແຊນ.  ກອງ​ປະຊຸມ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ຮ່ວມ​ມື​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ສຳຄັນ ​ແລະ ທັງ​ສາມ​ປະ​ເທດ​ພວມ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນອື່ນໆ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂກອງ​ປະຊຸມ CLV-8, ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ​ ທຳ​ມະ​ວົງ, ທ່ານນາຍົກລັດຖະມົນຕີກຳປູ​ເຈຍ ຮຸນ​ແຊນ ​ແລະ ທ່ານນາຍົກລັດຖະມົນຕີ​ຫວຽດນາມຫງວຽນ​ເຕີນ​ຢຸງ ​ໄດ້​ເນັ້ນໜັກ​ວ່າ: ​ຄວາມ​ມານະ​ພະຍາຍາມ​ລວມຂອງ 3 ປະ​ເທດ​ໃນ 2 ປີຜ່ານມາໄດ້ຊ່ວຍ​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ, ປັບປຸງ​ການ​ພົວພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດຕະພາບຢ່າງ​ໜັກ​​ແໜ້ນ ກໍ່​ຄື​ສ້າງ​ກຳລັງ​ໜູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ເຂດ 3 ຫຼ່ຽມພັດທະນາ. ທ່ານນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕີນ​ຢຸງ ໃຫ້​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ​ຫວຽດນາມ​ໃນ​ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ພັດທະນາ; ພ້ອມທັງ​ສະ​ເໜີຍົກ​ລະດັບ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ​ຕິດ​ພັນ​ກັບ​ຫຼາຍ​ມາດ​ຕະການ​ສຳຄັນ:

   “​​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​​ເຮັດໃຫ້ການ​ຮ່ວມ​ມື​ລະຫວ່າງ​ສາມ​ປະ​ເທດ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ. ຮັດ​ແຄບ​ຊ່ອງ​ຫວ່າງ​ພັດທະນາ, ສະ​ແຫວ​ງຫາ​ກາລະ​ໂອກາດ​ເຊິ່ງປະຊາ​ຄົມ​​ເສດຖະກິດອາ​ຊຽນ​ນຳ​ມາ​ໃຫ້. ຂ້າພະ​ເຈົ້າ​ຖື​ວ່າ, ລັດຖະບານ​ສາມ​ປະ​ເທດ​ຄວນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ. ກອງ​ປະຊຸມ​ຄັ້ງ​ນີ້​​ແມ່ນ​ໂອກາດເພື່ອ​ໃຫ້​ພວກ​ເຮົາສຳ​ຫຼວດກວດຄືນ​ສະພາບ​ກອງ​ປະຊຸມ​ກຳປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 7 ​ແລະ ກຳນົດ​ທິດ​ທາງ​ຮ່ວມ​ມື​ໃໝ່ ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ​ຜະລິດ, ລັກສະນະ​ແກ່ງ​ແຍ້​ງ ​ແລະ ຄວາມ​ສາມາດ​ດຶງ​ດູດ​ການ​ລົງທຶນ​ຂອງ​ເຂດ​ສາມຫຼ່ຽມ​ພັດທະນາ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສາມ​ປະ​ເທດ​ກວ່າ​ອີກ ​ແລະ ປະກອບສ່ວນ​ເພື່ອ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຄວາມ​ວັດທະນາ​ຖາວອນ​ລວມຂອງ​ອະນຸ​ພາກ​ພື້ນ​ແມ່​ນຳ້ຂອງ“.

  ກອງ​ປະຊຸມ​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຂໍ້​ສະ​ເໜີ​ຂອງທ່ານນາຍົກລັດຖະມົນຕີ​ ຫວຽດນາມ ຫງວຽນ​ເຕີນ​ຢຸງ ກ່ຽວ​ກັບ​ການ​ຍົກ​ລະດັບ ​ແລະ ​ເປີດ​ກ້ວາງ​ຂອບ​ເຂດ​ການ​ຮ່ວມ​ມື ເຂດ 3 ຫຼ່ຽມພັດທະນາ ​ແລະ ມອບ​ໃຫ້​ຄະນະ​ກຳມະການ​ປະສານ​ງານ​ລວມສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ການ​ເຊື່ອມ​ຈອດ​ ເສດຖະກິດ​ສາມ​ປະ​ເທດ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ຂັ້ນສູງ​ຄັ້ງທີ 9.  ກອງ​ປະຊຸມ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ຕໍ່​ບາງ​ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື. ນາຍົກລັດຖະ ມົນຕີ ສາມທ່ານຍັງ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ດ້ານ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ການ​ຕ່າງປະ​ເທ​ດ, ພິ​ເສດ​ແມ່ນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການຄ້າ​ມະນຸດ, ຕ້ານ​ການຄ້າຂາຍ​ຢາ​ເສບ​ຕິດ, ອາດຊະຍາ​ກຳ​ຂ້າມ​ຊາຍ​ແດນ, ຮັບ​ມື​ກັບ​ໂລກ​ພະຍາດ​ຕິດ​ແປດ ​ແລະ ​ໄພ​ທຳ​ມະ​ຊາດ, ຊຸກຍູ້​ບັນດາ​ລາຍການ​ຮ່ວມ​ມື​ລວມກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ຄຸ້ມ​ຄອງ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ.

   ສິ້ີ້ນສຸດ​ກອງ​ປະຊຸມ, ທ່ານນາຍົກລັດຖະມົນຕີລາວ ທອງ​ສິງ​ທຳ​ມະ​ວົງ, ທ່ານນາຍົກ ລັດຖະມົນຕີກຳປູ​ເຈຍ ຮຸນ​ແຊນ ​ແລະ ທ່ານນາຍົກລັດຖະມົນຕີ​ຫວຽດນາມຫງວຽນ​ເຕີນ​ຢຸງ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບການ​ຮ່ວມ​ມືເຂດ 3 ຫຼ່ຽມພັດທະນາ.

     ຖະ​ແຫຼ​ງການ​ຮ່ວມຂອງ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽ​ມພັດທະນາ ກຳ​ປູ​ເຈຍ - ລາວ - ຫວຽດນາມ ຄັ້ງ​ທີ 8, ​ໄດ້​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຂອງ 3 ປະ​ເທດ ​ໃນ​ການ​ເພີ່ມ​ທະວີ ​ແລະ ​ເຮັດ​ໃຫ້ການ​​ຮ່ວມ​ມື​​ແລະພັດທະນາ​ຮອບດ້ານລະຫວ່າງບັນດາ​ປະ​ເທດ CLV ຢ່າງ​ເລິກ​​ເຊິ່ງກວ່າອີກ​ບົນ​ພື້ນຖານ​ການ​ພົວພັນມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະພາບ. ຕາມ​ເນື້ອ​ໃນ​ຖະ​ແຫຼ​ງການ​ຮ່ວມ​, 3 ປະ​ເທດ​ໄດ້​ເຫັນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ​ໃນ​ການ​ພັດທະນາ​ລະຫວ່າງບັນດາ​ປະ​ເທດ​ອາ​ຊຽນ, ​ໃນ​ນັ້ນ​ມີ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ຢ່າງມີ​ປະສິດທິ​ຜົນ ​ແລະ ທັນ​ການ. ຖະ​ແຫຼ​ງການ​ຮ່ວມ​ກໍ່​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ສະພາບ​ແວດ​ລ້ອມ​ໝັ້ນຄົງ​ໃຫ້​ບັນດາ​ນັກລົງທຶນ ​ແລະ ​ປະຊາຊົນ​ໃນ​​ເຂດ 3 ຫຼ່ຽມພັດທະນາ; ​ເຫັນ​ດີ​ປະຕິບັດ​ບັນດາ​ສັນຍາ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ ກ່ຽວ​ກັບການຂົນ​ສົ່ງ​ຄົນ​ແລະ ສິນຄ້າ​ໃນ​​ເຂດ​ສາມຫຼ່ຽມ​ພັດທະນາ. ບັນດາ​ຝ່າຍ​ກໍ່​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ນຳ​ໃຊ້ ​ແລະ ຄຸ້ມ​ຄອງ​ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຈຸດ​ໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ທັງ​ເຂດ 3 ຫຼ່ຽມພັດທະນາ. ກຳປູ​ເຈຍ, ລາວ  ​ແລະ ຫວຽດນາມ ​ເຫັນ​ດີ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມພັດທະນາ CLV ຄັ້ງ​ທີ 9 ຢູ່​ລາຊະ​ອານາຈັກ​ກຳປູ​ເຈຍ ​ໃນ​ປີ 2016.


ຂ່າວ/ບົດ​ອື່ນ