ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ກາວບັ່ງ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ ກາວບັ່ງ - ảnh 1
ພາບປະກອບ ຈາກ ອີນເຕີເນັດ

(vovworld) -ຕອນ​ບ່າຍ​ວັນ​ທີ​ 7/1 ຢູ່ ຮ່າ​ໂນ້ຍ, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​​ແຂວງ​ກາວ​ບັ່ງ ກ່ຽວ​ກັບ​ສະພາບ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖິ່ນ, ທ່າ​ນນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃຫ້​ຮູ້​ວ່າ: ສູນ​ກາງ​ພັກ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ທີ່​ສະດວກ​ເພື​່ອໜູນ​ຊ່ວຍ​ແຂວງ ກາວ​ບັ່ງ ພັດທະນາ​ກ້າວ​ຂຶ້ນ. ກາວ​ບັ່ງ ຄວນ​ສືບ​ຕໍ່​ສຸ້ຊົນ, ມານະ​ພະຍາຍາມ ​ເພື່ອ​ຊອກ​ຫາ ວິທີ​ການ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ ມີຫົວຄິດ​ປະດິດ​ສ້າງ, ​ເພື່ອ​ສືບ​ຕໍ່​ບື່ນຕົວ​ຂຶ້ນ​ໃນ​ພາລະກິດສ້າງສາ ​ແລະ ພັດທະນາ​ເສດຖະກິດ - ສັງຄົ​ມຂອງ​ທ້ອງ​ຖິ່ນ. ທ່າ​ນ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ແຂວງ ກາວ​ບັ່ງ: ກ່ອນ​ອື່ນ​ໝົດ ຄວນ​ສູ​ມກຳລັງ ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ​ໃນ​ນັ້ນ ​ເອົາ​ໃຈ​ໃສ່​ພິ​ເສດ ກ່ຽວ​ກັບ​ການ​ຍູ້​ແຮງ ການ​ພັດທະນາ​ເສດຖະກິດ ຄອບຄົວ, ພັດທະນາ​ການທ່ອງທ່ຽວ, ບໍລິການ, ​ເປີດ​ກ້ວາງ​ການ​ແລກປ່ຽນ​ຄ້າຂາຍ​ກັບ ຈີນ.​.​.​ ພ້ອມ​ກັນ​ນັ້ນ, ກາວ​ບັ່ງ ຄວນ​ເອົາ​ໃຈ​ໃສ່​ຫຼາຍ​ກ່ວາ​ອີກ ກ່ຽວ​ກັບ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ເອົາ​ໃຈ​ໃສ່​ພັດທະນາ​ດ້ານ​ສາທາລະນະ​ສຸກ, ວັດທະນະທຳ, ການ​ສຶກສາ​.​..​

ຂ່າວ/ບົດ​ອື່ນ