ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຍົກອອກບັນຫາທະເລຕາເວັນອອກຢູ່ກອງປະຊຸມຂັ້ນອາຊີຕາເວັນອອກ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຍົກອອກບັນຫາທະເລຕາເວັນອອກຢູ່ກອງປະຊຸມຂັ້ນອາຊີຕາເວັນອອກ - ảnh 1
ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 10
(ພາບ: TTXVN)


(vovworld) - ​ແລະ ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 22/11, ຢູ່​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ການ​ນຳ​ອາ​ຊຽນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ (EAS) ຄັ້ງ​ທີ 10. ບັນດາ​ການ​ນຳ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການສະ​ເຫຼີ​ມສະຫຼອງ 10 ປີ ​ແຫ່ງ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຊຸກຍູ້​ການ​ຮ່ວມ​ມື​ໃນ 6 ຂົງ​ເຂດ​ບຸລິ​ມະສິດ​ແມ່ນ​ພະລັງງານ, ການ​ສຶກສາ, ການ​ເງິນ, ສາທາລະນະ​ສຸກ​ທົ່ວ​ໂລກ, ສິ່ງ​ແວດ​ລ້ອມ ​ແລະ ການຄວບ​ຄຸມ​ໄພ​ທຳ​ມະ​ຊາດ ​ແລະ ການ​ເຊື່ອມ​ຕໍ່​ອາ​ຊຽນ. ກ່າວຄວາມ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ: “ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ຢູ່​ອາຊີ​ປາຊີ​ຟິກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຍາມ​ໃດ​ກໍ່​ຕິດ​ພັນ​ກັບ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ…“

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ຊີ້​ແຈ້ງວ່າ, ​ເລື່ອງ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດຊອບ​ລວມຂອງ​ອາ​ຊຽນ ກໍ່​ຄື​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ​ແລະ ຫວຽດນາມ​ລໍຖ້າ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ການ​ປະກອບສ່ວນ​ຂອງ​ປະ​ເທດ​ຕ່າງໆ​ເພື່ອ​ບັນລຸ​ໄດ້​ຄາດໝາຍ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຢືນຢັນ​ວ່າ​ຫວຽດນາມ ຍາມ​ໃດ​ກໍ່​ມີ​ແຜນ​ນະ​ໂຍບາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ພ້ອມ​ກັບປະ​ເທດ​ຕ່າງໆ ​ເຮັດ​ໃຫ້​ທະ​ເລ​ຕາ​ເວັນ​ອອກ​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຮ່ວມ​ມື​ເພື່ອ​ພັດທະນາ, ​ແກ້​ໄຂ​ທຸກ​ຄວາມ​ຂັດ​ແຍ້​ງ

ດ້ວຍ​ສັນຕິ​ວິທີ, ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) 1982.

ທີ່​ກອງ​ປະຊຸມ, ບັນດາ​ປະ​ເທດ​ເນັ້ນ​ໜັກ​ຜົນ​ປະ​ໂຫຍ​ດລວມ ​ແລະ ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮັບປະກັນປະຕິບັດ​ຖະ​ແຫຼ​ງການ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ; ກໍ່ສ້າງ ​ແລະ ຊຸກຍູ້ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ລະງັບ​ໃຈ, ບໍ່​ນຳ​ໃຊ້ ຫຼື​ ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ນຳ​ໃຊ້​ກຳລັງ​ທະຫານ​ຢູທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ ປີ1982. ຊົມ​ເຊີຍ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ​ອາ​ຊຽນ - ຈີນ ທີ່​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ກ່ຽວ​ກັບ​ການ​ທາ​ບທາມ ກໍ່ສ້າງປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ແລະ ສູ້​ຊົນ​ບັນລຸ​ໄດ້ COC ​ໂດຍ​ໄວ.

​ໃນ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ນິວຊີ​ແລນ, ສິ້ນ​ສຸດ​ກອງ​ປະຊຸມ, ບັນດາການ​ນຳ​ໄດ້້ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ​ສະ​ເຫຼີ​ມສະຫຼອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື ອາ​ຊຽນ - ນິວຊີ​ແລນ.

 

 

ຂ່າວ/ບົດ​ອື່ນ