ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີໄຂແລະວາລະປະຊຸມຄົບຄະນະອາຊຽນ27

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງເຂົ້າຮ່ວມພິທີໄຂແລະວາລະປະຊຸມຄົບຄະນະອາຊຽນ27 - ảnh 1
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ
ເຂົ້າຮ່ວມພິທີໄຂແລະວາລະປະຊຸມຄົບຄະນະອາຊຽນ27)


(vovworld) - ຕອນ​ເຊົ້າ​ວັນ​ທີ 21/11, ຢູ່​ໃຈກາງ​ກອງ​ປະຊຸມ​ສາກົນ​ກົວ​ລາ​ລຳ​ເປີ, ມາ​ເລ​ເຊຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ບັນດາ​ການ​ນຳອາ​ຊຽນເຂົ້າຮ່ວມ​ພິທີ​ໄຂ​ ແລະ​ ວາລະ​ປະຊຸມ​ຄົບ​ຄະນະກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ 27, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັນດາ​ປະ​ເທດ​ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອິນ​ເດຍ, ອົດ​ສະ​ຕາ​ລີ, ນິວຊີ​ແລນ, ລັດ​ເຊຍ, ອາ​ເມ​ລິ​ກາ ​ແລະ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ. ກ່າວ​ຄວາມ​ເຫັນ​ທີ່​ວາລະ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ 2015 ມີ​ຄວາມ​ໝາຍ​ປະຫວັດສາດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ລວມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ​ໃນ​​ເລື່ອງ​ຍົກການ​ຮ່ວມ​ສຳພັນ ​ແລະ ການ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ສ່ອງ​ແສງ​ໃຫ້​ເຫັນ​ການ​ເຕີບ​ໂຕ​ຢ່າງ​ແຮງ​ຂອງ​ອາ​ຊຽນ ພາຍຫຼັງ 48 ປີ​ແຫ່ງ​ການ​ພັດທະນາ, ພ້ອມ​ທັງ​ຢືນຢັນ​ຄຸນ​ຄ່າ​ຂອງ​ຄວາມ​ສາມັກຄີ, ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ. ກ່ຽວ​ກັບ​ໄລຍະ​ພັດທະນາ​ຕໍ່​ໄປ​ຂອງ​ອາ​ຊຽນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ແບ່ງປັນ​ເລື່ອງ​ຜ່ານ​ວິ​ໄສ​ທັດ​ອາ​ຊຽນ 2025 ​ແລະ ບັນດາ​ແຜນການ​ຜັນ​ຂະຫຍາຍ​ລະອຽດ​ທີ່​ກອງ​ປະຊຸມ​ນີ້​ຈະ​ກຳນົດ​ທິດ​ທາງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ອາ​ຊຽນຮ່ວມ​ສຳພັນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ກວ່າ, ມີ​ບົດບາດ​ສຳຄັນ​ກວ່າ​ຢູ່​ພາກ​ພື້ນ. ນອກ​ນັ້ນ​ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ບາງ​ບຸລິມະສິດ ​ແລະ ຈຸດ​ສຸມ​ຂອງ​ອາ​ຊຽນ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ຮັບຜິດຊອບ​ລວມຂອງ​ອາ​ຊຽນ ກໍ່​ຄື​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ, ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຊີ້​ແຈ້ງວ່າ: “​ສະພາບ​ການ​ໃນ​ຕົວ​ຈິງ​ຮຽກຮ້ອງ​ໃຫ້​ອາ​ຊຽນຕ້ອງ​ສືບ​ຕໍ່​ສາມັກຄີ, ​ເປັນ​ເອກະ​ພາບ, ມີ​ທັດສະນະ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ລວມຕໍ່​ບັນດາ​ການ​ຜັນ​ແປ​ຢ່າງ​ສັບສົນ ​ແລະ ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຢູ່​ທະ​ເລ​ຕາ​ເວັນ​ອອກ​, ພ້ອມ​ກັບ​ບັນດາ​ຜົນ​ຮ້າຍ ​ແລະ ອັນຕະລາຍ​ຂອງ​ມັນໃນ​ທັນທີ. ຊຸກຍູ້​ການ​ປະຕິບັດ​ກົດໝາຍ​ສາກົນ. ຍູ້​ແຮງ​ການ​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ສະກັດ​ກັ້ນ​ການ​ປະ​ທະ​ກັນ​ຜ່ານ​ກົນ​ໄກ​ຕ່າງໆ​ຂອງ​ອາ​ຊຽນ“, ຕາມ​ນັ້ນ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ສະ​ເໜີ​ອາ​ຊຽນພ້ອມ​ກັບ​ຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ມີ​ການ​ກະທຳ​ດ້ານ​ການ​ທະຫານ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ບັນດາ​ປະ​ເທດ​ອາ​ຊຽນ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຊຸກຍູ້​ຈີນ​ປະຕິບັດ​ຖະ​ແຫຼ​ງການ​ຂອງ​ບັນດາ​ຝ່າຍ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ; ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ແທ້​ຈິງ, ຮັບຮອງ​ເອົາ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ