ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ພົບ​ປະ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ບັນ​ດາ​ອົງ​ການ​ສູນ​ກາງ​ພັກ​

(VOVWORLD) - ເນື່ອງໃນໂອກາດຕ້ອນຮັບລະດູບານໃໝ່ປີຊວດ 2020, ວັນທີ 12 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະ ແລະ ອວຍພອນປີໃໝ່ການນຳ, ອະດີດການນຳບັນດາອົງການສູນກາງຢູ່ພາກກາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ພົບ​ປະ​ກັບ​ການ​ນຳ, ອະ​ດີດ​ການ​ນຳ​ບັນ​ດາ​ອົງ​ການ​ສູນ​ກາງ​ພັກ​ - ảnh 1

(ພາບ: TTXVN)

     ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາໝາກຜົນອັນຕັ້ງໜ້າ, ຮອດດ້ານຂອງປະເທດຊາດໃນປີຜ່ານມາ, ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ການນຳພາຂອງພັກກອມມູນິດຫວຽດນາມ. ໃນໄລຍະທີ່ຈະມາເຖິງ, ໃນສະພາບການສາກົນ ແລະ ພາກພື້ນມີການຜັນແປອັນສັບສົນຫຼາຍຢ່າງນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຄວາມຮັບຜິດຊອບຂອງພັກ, ລັດ ແມ່ນຕ້ອງນຳປະເທດຊາດພັດທະນາຢ່າງຈະເລີນຮຸ່ງເຮືອງໃນປີ 2045. ທ່ານໃຫ້ຮູ້ວ່າ: ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸ 3000 USD ໃນປະຈຸບັນພຽງແຕ່ແມ່ນໝາກຜົນຕັ້ງໜ້າໃນເບື້ອງຕົ້ນເທົ່ານັ້ນ. ຕາມນັ້ນແລ້ວ, ບັນດາສິ່ງທ້າທາຍໃຫ່ຍຫຼວງທີ່ຕ້ອງການແກ້ໄຂ ແມ່ນນຳປະເທດຊາດພັດທະນາ; ສືບຕໍ່ຮັບປະກັນຄວາມດຸນດຽງຂອງພື້ນຖານເສດຖະກິດ, ໃນນັ້ນຈະສືບຕໍ່ລົງທຶນພັດທະນາພະລັງງານແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ