ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

(VOVWORLD) - ຕອນບ່າຍວັນທີ 05 ກໍລະກົດ, ຢູ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan - ảnh 1 ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

ພາຍຫລັງພິທີຕ້ອນຮັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ດຳເນີນການເຈລະຈາ. ນາຍົກລັດຖະມົນຕີໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງ ແລະ ມາດຕະການຊຸກຍູ້ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອາກເມນີ ໃນໄລຍະຈະມາເຖິງກ່ວາອີກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢືນຢັນວ່າ ແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມືຫລາຍດ້ານກັບ ອາກເມນີ, ຕັດສິນໃຈພັດທະນາການພົວພັນຕາມທິດມີປະສິດທິຜົນ, ແທດຈິງ ແລະ ໝັ້ນຄົງໃນທຸກຂົງເຂດ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan - ảnh 2 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ  ແລະ ທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan

ສ່ວນທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan ໄດ້ຢືນຢັນວ່າ: ການຢ້ຽມຢາມ ຫວຽດນາມ ໃນຄັ້ງນີ້ ຈະແມ່ນບາດລ້ຽວກ່ຽວກັບຄຸນລັກສະນະໃນການພົວພັນ 2 ຝ່າຍ, ປະກອບສ່ວນເພີ່ມທະວີການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ອາກເມນີ ກ່ວາອີກ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

ນາຍົກລັດຖະມົນຕີ 2 ທ່ານໄດ້ແລກປ່ຽນ ແລະ ເຫັນດີເປັນເອກະພາບຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອາກເມນີ ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ; ສຸມໃສ່ຜັນຂະຫຍາຍສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ພັນທະມິດເສດຖະກິດ ອາຊີ - ເອີຣົບ ໃຫ້ປະສົບຜົນສຳເລັດ ເຊິ່ງອາກເມນີ ເປັນສະມາຊິກ, ຖືນີ້ເປັນເສົາຄ້ຳສຳຄັນຂອງການພົວພັນ 2 ຝ່າຍ, ເປັນກຳລັງໜູນບຸກທະລຸກ່ຽວກັບການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນ. 2ຝ່າຍກໍ່ເຫັນດີເປັນເອກະພາບເປີດກ້ວາງການຮ່ວມມືກ່ຽວກັບດ້ານສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ວັດທະນະທຳ, ກິລາ, ການທ່ອງທ່ຽວ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ…ນາຍົກລັດຖະມົນຕີ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາໃນໂລກ ແລະ ພາກພື້ນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ອາກເມນີ Nikol Pashinyan - ảnh 3ທີ່ການພົບປະເຈລະຈາ

ພາຍຫລັງການພົບປະເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມສັນຍາກ່ຽວກັບການຮ່ວມມືໃນຂົງເຂດການສຶກສາ ແລະ ວິທະຍາສາດລະຫວ່າງລັດຖະບານ ຫວຽດນາມ ແລະ ລັດຖະບານ ອາກເມນີ .

ຕອບກັບ

ຂ່າວ/ບົດ​ອື່ນ