ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ລະບົບ​ສິນ​ເຊື່ອ​ມີ​ການ​ຜັນ​ປ່ຽນຢ່າງ​ຕັ້ງໜ້າກ່ຽວກັບ​ຂອບ​ຂະໜາດດ້ານ​ການ​ເງິນ ​ແລະ ຄຸນ​ນະພາ​ບການ​ສິນ​ເຊື່ອ

(VOVWORLD) - ຕອນບ່າຍວັນທີ 27 ກໍລະກົດ, ຢູ່ສໍານັກງານລັດຖະບານ, ຄະນະຊີ້ນໍາສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່ ໄດ້ຈັດຕັ້ງກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ.
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນ​ຟຸກ: ລະບົບ​ສິນ​ເຊື່ອ​ມີ​ການ​ຜັນ​ປ່ຽນຢ່າງ​ຕັ້ງໜ້າກ່ຽວກັບ​ຂອບ​ຂະໜາດດ້ານ​ການ​ເງິນ ​ແລະ ຄຸນ​ນະພາ​ບການ​ສິນ​ເຊື່ອ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຕົກລົງເຫັນດີຕໍ່ບັນດາຄໍາເຫັນທີ່ຖືວ່າ, ພາຍຫຼັງປະຕິບັດມາເປັນເວລາ 3 ປີ, ທັງລະບົບຈັດຕັ້ງການສິນເຊື່ອໄດ້ມີການຜັນປ່ຽນຢ່າງຕັ້ງໜ້າ, ມີບາດກ້າວເດີນໃຫຍ່ ນັບທັງຂອບຂະໜາດດ້ານການເງິນ, ຄຸນນະພາບການສິນເຊື່ອ ແລະ ປັບປຸງການເຄື່ອນໄຫວທຸກດ້ານ. ລະບົບມີຄວາມປອດໄພກວ່າ, ພັກ, ລັດ ແລະ ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າ. ດັດຊະນີສໍາຄັນຫຼາຍຢ່າງໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ເນື້ອໃນຈິດໃຈລວມ ແມ່ນຕ້ອງສືບຕໍ່ປະຕິບັດບັນດາມາດຕະການຍູ້ແຮງການສ້າງໂຄງປະກອບລະບົບບັນດາອົງການສິນເຊື້ອຄືນໃໝ່ ຕິດພັນກັບການແກ້ໄຂໜີ້ແກ່ຍາວ, ຮັບປະກັນປະສິດທິຜົນ, ຄວາມປອດໄພຂອງລະບົບ ແລະ ເງິນຕາສິນເຊື້ອ ພ້ອມກັນນັ້ນ ຜ່ານການສ້າງໂຄງປະກອບຄືນໃໝ່ເພື່ອໜູນຊ່ວຍຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຕໍ່ໜ້າຜົນກະທົບຂອງໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ